ວັນ 25 ພະຈິກ, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສຳຫຼວດຄືນ, ກະຕຸກຊຸກຍູ້ຄວາມຄືບໜ້າຂອງການສ້າງ, ປະກາດໃຊ້ບັນດາເອກະສານກຳນົດລາຍລະອຽດການປະຕິບັດກົດໝາຍ, ມະຕິສະບັບຕ່າງໆທີ່ສະພາແຫ່ງຊາດຊຸດທີ 16 ຫາກໍ່ຮອບຮອງເອົາໃນໄລຍະຜ່ານມາ.
ຕາມບົດລາຍງານທີ່ກອງປະຊຸມ, ສຳລັບກົດໝາຍ, ມະຕິ 20 ສະບັບທີ່ຮັບຮອງເອົາໃນກອງປະຊຸມວິສາມັນຄັ້ງທຳອິດ, ມີເອກະສານກຳນົດລາຍລະອຽດທີ່ຕ້ອງປະກາດໃຊ້ 28 ສະບັບ. ມາຮອດປະຈຸບັນ, ມີອອກເອກະສານ 3 ສະບັບໄດ້ຮັບການປະກາດໃຊ້, ຍັງມີເອກະສານ 25 ສະບັບສືບຕໍ່ສ້າງໃຫ້ສົມບູນແບບ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ, ຮຽກຮ້ອງວ່າ:
ຈິດໃຈແມ່ນເອກະສານກຳນົດກົດໝາຍລາຍລະອຽດຂອງລັດຖະບານ, ຂອງບັນດາ ກະຊວງ, ຂະແໜງການ ຕ້ອງສະແດງໃຫ້ເຫັນຖືກຈິດໃຈຂອງການປະຕິຮູບກົດໝາຍ, ຖືກສິດ, ຖືກຂອບເຂດ. ບັນດາກະຊວງເປັນເຈົ້າການຕ້ອງຮັບຜິດຊອບ ແລະ ກະຊວງຍຸຕິທຳຕ້ອງທົບທວນຄືນເພື່ອຮັບປະກັນວ່າບໍ່ວາງເງື່ອນໄຂ, ລະບຽບການທີ່ບໍ່ໄດ້ກຳນົດໃນກົດໝາຍຕື່ມອີກ; ໂດຍສະເພາະແມ່ນບັນດາລະບຽບການກໍ່ຄວາມສັບສົນ, ຫຍຸ້ງຍາກເມື່ອປະຕິບັດໃນຕົວຈິງ, ເຮັດໃຫ້ຫຼູດຜ່ອນປະສິດທິຜົນຂອງນະໂຍບາຍ ຫຼື ກໍ່ຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.






