ດ້ວຍຫົວຂໍ້ “ເຊື່ອມຕໍ່ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ: ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ສ້າງສັນອະນາຄົດວັດທະນາຖາວອນ” ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 12 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 28 ພະຈິກ, ຢູ່ ຮ່າໂນ້ຍ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຕີລາຄາວ່າ ການຮ່ວມມືລະຫວ່າງ 4 ປະເທດໄດ້ປະກອບສ່ວນສຳຄັນເຂົ້າໃນການຫຼຸດຊ່ອງຫວ່າງຂອງການພັດທະນາ, ຊຸກຍູ້ການເຊື່ອມໂຍງເສດຖະກິດ ແລະ ຢືນຢັນບົດບາດເປັນຂົ້ວເຕີບໂຕທີ່ຂະຫຍັນຂັນເຄື່ອນເປັນເທື່ອລະກ້າວ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີວ່າ:
“ເສີມຂະຫຍາຍກຳລັງແຮງສັງລວມຂອງແຕ່ລະປະເທດໃຫ້ກາຍເປັນກຳລັງແຮງລວມ; ຮັບປະກັນຜົນປະໂຫຍດອັນກົມກຽວຂອງທຸກປະເທດສະມາຊິກ; ສ້າງຄວາມສະດວກເພື່ອໃຫ້ປະຊາຊົນ, ວິສາຫະກິດຈາກເຂດຕົວເມືອງ, ຊົນນະບົດຕະຫຼອດຮອດເຂດຫ່າງໄກສອກຫຼີກເຂົ້າຮ່ວມການປະກອບສ່ວນ ແລະ ຊົມໃຊ້ການເຊື່ອມຕໍ່ຍຸດທະສາດດ້ວຍວິໄສທັດໄລຍະຍາວ, ຮັບປະກັນການພັດທະນາແບບຍືນຍົງໃນທຸກດ້ານ ແລະ ປະກອບສ່ວນຢ່າງແທດຈິງໃຫ້ແກ່ການພັດທະນາຂອງແຕ່ລະປະເທດ ແລະ ວິວັດທະນາການສ້າງປະຊາຄົມ ອາຊຽນ”.
ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 12 ພ້ອມກັບ ເອກະສານຊ້ອນທ້າຍ 2 ສະບັບທີ່ສຳຄັນຄື ຂໍ້ລິເລີ່ມແລວທ່າບົກອັດສະລິຍະສີ່ປະເທດ ແລະ ຂໍ້ລິເລີ່ມວິວັດການເດີນທາງມໍລະດົກວັດທະນະທຳສີ່ປະເທດ.






