ໃນໄລຍະການຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ Olaf Scholz ມີການເຄື່ອນໄຫວທີ່ສຳຄັນເຊັ່ນ: ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ, ພົບປະນັກຂ່າວ.
ຕອນເຊົ້າວັນທີ 14 ພະຈິກ, ທ່ານນາຍົກລັດຖະມົນຕີ ສາຖາລະນະລັດ ສະຫະພັນ ເຢຍລະມັນ Olaf Scholz ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເຢຍລະມັນ ໄດ້ເດີນທາງອອກຈາກນະຄອນຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ນັບແຕ່ວັນທີ 13 ພະຈິກ ເຖິງ ວັນທີ 14 ພະຈິກ 2022. ໃນໄລຍະການຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ Olaf Scholz ມີການເຄື່ອນໄຫວທີ່ສຳຄັນເຊັ່ນ: ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ, ພົບປະນັກຂ່າວ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ, ເຂົ້າຮ່ວມກອງປະຊຸມໂຕະມົນ ວິສາຫະກິດ ຫວຽດນາມ-ເຢຍລະມັນ…