• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຮັບປະກັນສະບຽງອາຫານໃຫ້ພຽງພໍແກ່ ປະຊາຊົນ 100 ລ້ານຄົນ

      ວັນທີ 31 ມີນາ, ທີ່ກອງປະຊຸມຄະນະປະຈຳລັດຖະບານ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຊີ້ແຈ້ງວ່າ ການສົ່ງອອກແມ່ນຈຳເປັນ, ແມ່ນທ່າແຮງຂອງ ຫວຽດນາມ ແຕ່ວ່າໃນສະພາບການຄືໃນປັດຈຸບັນ ການສົ່ງອອກຕ້ອງໄດ້ຮັບການຄວບຄຸມເພື່ອຮັບປະກັນດ້ານສະບຽງອາຫານ. 
ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ (ພາບ: VGP) 
      ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມບໍລິຫານຢ່າງແໜ້ນແຟ້ນ, ມີການຄວບຄຸມເພື່ອຮັບປະກັນດ້ານສະບຽງອາຫານຢ່າງພຽງພໍໃຫ້ແກ່ປະຊາຊົນ 100 ລ້ານຄົນ, ຮຽກຮ້ອງໃຫ້ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດຫວຽດນາມ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ກໍ່ຄືທ້ອງຖິ່ນຕ່າງໆໃນທົ່ວປະເທດຊີ້ນຳ, ຍູ້ແຮງການຜະລິດກະສິກຳ. ພ້ອມກັນນັ້ນ, ບັນດາເຂດທີ່ມີສະມັດຕະພາບສູງ, ຄຸນນະພາບດີ ກໍ່ໃຫ້ຄິດໄລ່ເຖິງການສົ່ງອອກ ສະບຽງອາຫານ.
            ທ່ານນາຍົກລັດຖະມົນຕີສະເໜີໃຫ້ກະຊວງການເງິນຫວຽດນາມ ສຸມໃສ່ຊື້ ເຂົ້າສານ ແລະ ເຂົ້າເປືອກໃຫ້ມີປະລິມານຢ່າງພຽງພໍເພື່ອສະສົມຕາມດັດຊະນີສະສົມແຫ່ງຊາດ ປີ 2020, ຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ, ກະທັນຫັນຢ່າງທັນການ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top