• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມອອນລາຍທົ່ວປະເທດ ປຶກສາຫາລືວິທີການຕ້ານໂລກລະບາດໂຄວິດ - 19

      ຕອນບ່າຍວັນທີ 02 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມອອນລາຍທົ່ວປະເທດຂອງລັດຖະບານ ກັບບັນດາທ້ອງຖິ່ນ ເພື່ອປຶກສາຫາລືກ່ຽວກັບມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແນໃສ່ຮັບປະກັນໃຫ້ໂລກລະບາດບໍ່ແຜ່ລາມອອກສູ່ວົງກວ້າງໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ໂລກລະບາດຢູ່ນະຄອນດ່າໜັງ ແລະ ແຂວງກວ໋າງນາມ ພວມຜັນແປຢ່າງສັບສົນ, ດັ່ງນັ້ນ ກະຊວງສາທາລະນະສຸກຄວນສືບຕໍ່ໜູນຊ່ວຍສອງທ້ອງຖິ່ນນີ້ ດ້ວຍກຳລັງພະນັກງານທີ່ມີຄວາມເກັ່ງກ້າສາມາດທີ່ສຸດ, ເດັດດ່ຽວປິດລ້ອມເຂດເພື່ອດັບມອດໂລກລະບາດ ແລະ ປະຕິບັດການແຍກຫ່າງໃນສັງຄົມຢູ່ບໍລິເວນເກີດໂລກລະບາດ; ສືບຕໍ່ຂົນຂວາຍປະຊາຊົນຕ້ອງປະຕິບັດຕາມຂໍ້ກຳນົດໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ທ່ານນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ທົ່ວປະເທດປະຕິບັດເປົ້າໝາຍຄວບຄູ່ທັງຕ້ານໂລກລະບາດທັງຮັກສາສຸຂະພາບໃຫ້ແກ່ປະຊາຊົນ ແຕ່ດ້ານອື່ນກໍຕ້ອງຮັບປະກັນ ບໍ່ປະໃຫ້ພື້ນຖານເສດຖະກິດຖືກອຶດອາດຊັກຊ້າ. ດັ່ງນັ້ນ, ວຽກງານໂຄສະນາຄວນສືບຕໍ່ປະຕິບັດເປັນຢ່າງດີ ເພື່ອໃຫ້ປະຊາຊົນສະໜັບສະໜູນ ແລະ ຮ່ວມເດີນທາງພ້ອມກັບພັກ, ລັດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ.
            ທ່ານນາຍົກລັດຖະມົນຕີ ຍັງຕັກເຕືອນວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງຮັບປະກັນສິນຄ້າໃຫ້ແກ່ບັນດາເຂດແຍກຫ່າງໃນສັງຄົມ, ມີບັນດາມາດຕະການຮັບມືຕໍ່ທຸກໆກໍລະນີທີ່ຊົ່ວຮ້າຍທີ່ສຸດ ເຊິ່ງອາດຈະເກີດຂຶ້ນ.
 (ແຫຼ່ງຄັດຈາກ VOV)
 

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top