• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົົ້າຮ່ວມເວທີປາໄສ ວິສາຫະກິດ ອາຊີ - ເອີລົບ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບ ທ່ານນາງນາຍົກລັດຖະມົນຕີ ນອກແວ Erna Solberg ແມ່ນການນຳ 2 ທ່ານຂອງ ASEM ໄດ້ເຊື້ອເຊີນກ່າວຄຳປາໄສທີ່ເວທີປາໄສດັ່ງກ່າວ.
ກ່ອນທີ່ດຳເນີນກອງປະຊຸມ ASEM 12 ໃນວັນທີ 18 ຕຸລາ, ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກ, ໄດ້ດຳເນີນເວທີປາໄສວິສາຫະກິດອາຊີ - ເອີລົບ ຄັ້ງທີ 16 ດ້ວຍຫົວຂໍ້ “ເຊື່ອມຕໍ່ສ້າງຂົວຕໍ່ລະຫວ່າງ ອາຊີ - ເອີລົບ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບ ທ່ານນາງນາຍົກລັດຖະມົນຕີ ນອກແວ Erna Solberg ແມ່ນການນຳ 2 ທ່ານຂອງ ASEM ໄດ້ເຊື້ອເຊີນກ່າວຄຳປາໄສທີ່ເວທີປາໄສດັ່ງກ່າວ.
        ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍຍຸດທະສາດເຊື່ອມຕໍ່ອາຊີ - ເອີລົບ ຂອງ ອີຢູ ແລະ ສະເໜີໃຫ້ບັນດາວິສາຫະກິດ ອາຊີ - ເອີລົບ ຄວນເປັນເຈົ້າການ, ຕັ້ງໜ້າ, ຍູ້ແຮງການເຊື່ອມຕໍ່ອາຊີ - ເອີລົບ ເພື່ອແນໃສ່ຫັນບັນດາຄວາມສາມາດບົ່ມຊ້ອນການພັດທະນາຂອງ 2 ທະວີບໃຫ້ປະກົດຜົນເປັນຈິງ:
        ດ້ວຍບົດບາດສ້າງສັນການພັດທະນາ, ບັນດາລັດຖະບານສ້າງກົນໄກ, ນະໂຍບາຍສະດວກ, ເຊັນບັນດາຂໍ້ຕົກລົງສາກົນ, ເປີດຊ່ອງທາງໃຫ້ວິສາຫະກິດດຳເນີນທຸລະກິດ. ຂ້າພະເຈົ້າສະເໜີຈັດຕັ້ງການໂອ້ລົມສົນທະນາປະຈຳໄລຍະລະຫວ່າງການນຳບັນດາປະເທດ ແລະ ປະຊາຄົມວິສາຫະກິດ 2 ທະວີບ ໃນໂອກາດຈັດກອງປະຊຸມສຸດຍອດ ASEM, ຄວນຍູ້ແຮງການເຄື່ອນໄຫວຂອງກອງປະຊຸມລັດຖະມົນຕີເສດຖະກິດ ASEM ແລະ ການໂອ້ລົມສົນທະນາລະຫວ່າງບັນດາລັດຖະມົນຕີເສດຖະກິດ ກັບປະຊາຄົມວິສາຫະກິດ 2 ທະວີບເພື່ອແນໃສ່ຜັນຂະຫຍາຍບັນດາການກຳນົດທິດຮ່ວມມື ASEM ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.
        ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ພ້ອມກັບເລື່ອງຜັນຂະຫຍາຍສັນຍາແມ່ ກ່ຽວກັບການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານ, ເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ ໂດຍໄວຈະແມ່ນບາດກ້າວບຸກທະລຸ ສ້າງກຳລັງໜູນໃໝ່ໃຫ້ແກ່ດ້ານການຄ້າ ການລົງທຶນລະຫວ່າງ ຫວຽດນາມ ກັບ ອີຢູ ກໍ່ຄືກັບເອີລົບ.
 (ແຫຼ່ງຄັດຈາກ VOV)
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top