• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງຫາຍຟ່ອງ

ບັນດາຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມສົນໃຈກ່ຽວກັບບັນດາບັນຫາການຜັນຂະຫຍາຍໜ້າທີ່ເພື່ອປະຕິບັດສຳເລັດຄາດໝາຍພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ ແລະ ຫາຍຟ່ອງ.


ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງຫາຍຟ່ອງ

(ພາບ: VGP) 

ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ເມືອງ ອານເຢືອງ, ນະຄອນຫາຍຟ່ອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນຫາຍຟ່ອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ, ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

        ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມສົນໃຈກ່ຽວກັບບັນດາບັນຫາການຜັນຂະຫຍາຍໜ້າທີ່ເພື່ອປະຕິບັດສຳເລັດຄາດໝາຍພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ ແລະ ຫາຍຟ່ອງ, ການປະຕິບັດບັນດາກົດໝາຍເຊິ່ງໄດ້ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ແລະ ບັນດາບັນຫາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ການປະຕິຮູບການບໍລິຫານຕິດພັນກັບການປະຕິວັດເຕັກໂນໂລຊີ 4.0…

        ເຫັນດີກັບບັນດາຜູ້ມີສິດເລືອກຕັ້ງກ່ຽວກັບເລື່ອງບົດບາດທີ່ຕັ້ງຂອງປະເທດຊາດນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຢ້ຳຄືນເລື່ອງ ຫວຽດນາມ ຫາກໍ່ໄດ້ຮັບການເລືອກຕັ້ງເຂົ້າຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍບັດເຫັນດີສູງສຸດ. ພ້ອມກັບການພັດທະນາປະເທດຊາດ, ຫາຍຟ່ອງ ກໍ່ມີບັນດາບາດກ້າວພັດທະນາຢ່າງແຮງ, ໃນນັ້ນຄວນມີຄວາມເອກອ້າງທະນົງໃຈກ່ຽວກັບການສ້າງຕັ້ງໂຮງງານຜະລິດລົດໂອໂຕເຊິ່ງເປັນເຄື່ອງໝາຍການຄ້າຫວຽດນາມ.

(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top