• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານອະດີດລັດຖະມົນຕີການຕ່າງປະເທດແບນຊິກ

      ວັນທີ 18 ຕຸລາ, ໃນການຢ້ຽມຢາມລາຊະອານາຈັກແບນຊິກຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Steven Vanackere, ອະດີດລັດຖະມົນຕີການຕ່າງປະເທດ ແບນຊິກ, ຫົວໜ້າກຸ່ມບັນດາສະມາຊິກລັດຖະສະພາພັກປະຊາທິປະໄຕ ສາສະໜາກາໂຕນິກ ສະພາສູງ ແບນຊິກ, ເຊິ່ງເປັນຜູ້ທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ແບນຊິກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Steven Vanackere, ອະດີດລັດຖະມົນຕີການຕ່າງປະເທດ ແບນຊິກ (ພາບ:Thong Nhat/TTXVN)
      ທີ່ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຮູ້ບັນດາຄໍາເຫັນປະກອບຂອງທ່ານ Steven Vanackere ຄື: ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ແບນຊິກ ໃນການພັດທະນາແບບຍືນຍົງ ແລະ ວິທະຍາສາດເຕັກໂນໂລຢີ; ການສຶກສາຊັ້ນມະຫາວິທະຍາໄລ; ແລກປ່ຽນຂໍ້ມູນຂ່າວສານເປັນປະຈໍາ, ໃນນັ້ນ, ຫວຽດນາມ ຄວນເພີ່ມທະວີການສະໜອງຂໍ້ມູນຂ່າວສານ ກ່ຽວກັບບັນດາຜົນງານ, ຄວາມມານະພະຍາຍາມທີ່ຕົນບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ ກັບ ລັດຖະບານທີ່ຕັ້ງໜ້າປະຕິຮູບ.... ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຫັນດີ ແລະ ຖືວ່າ ຄວາມສາມາດບົ່ມຊ້ອນໃນການພັດທະນາການຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່,ໃນນັ້ນມີຂົງເຂດອຸດສາຫະກໍາການປຸງແຕ່ງ, ກະສິກໍາ ເຊິ່ງເປັນທ່າແຮງຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປີດປະຕູນໍາເຂົ້າບັນດາຜະລິດຕະພັນທີ່ເປັນທ່າແຮງຂອງແບນຊິກ ເພື່ອຮັບໃຊ້ການພັດທະນາຂອງຫວຽດນາມ.
        ເມື່ອເນັ້ນໜັກເຖິງເລື່ອງ ຄະນະກໍາມະການເອີຣົບ ເປັນເອກະພາບກັນ ສະເໜີຕໍ່ ສະພາເອີຣົບ ແລະ ລັດຖະສະພາ ເອີຣົບ ຮັບຮອງເອົາ EVFTA ແມ່ນຂ່າວດີນັ້ນ,  ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ສັນຍາດັ່ງກ່າວ ມີປະໂຫຍດໃຫ້ທັງ ອີຢູ ແລະ ຫວຽດນາມ, ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຝ່າຍ; ພ້ອມທັງ ຢັ້ງຢືນທັດສະນະຂອງຫວຽດນາມ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ແລະ ຈະສືບຕໍ່ມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນເສັ້ນທາງດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top