• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານປະທານສະພາແຫ່ງຊາດສະຫະພັນ Micronesia

ຕອນບ່າຍວັນທີ 07 ມິຖຸນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Wesley W.Simina ປະທານສະພາແຫ່ງຊາດສະຫະພັນ Micronesia ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສະຫະພັນ Micronesia ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Wesley W.Simina (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: 2 ປະເທດຄວນເພີ່ມທະວີແລກປ່ຽນບົດຮຽນໃນການພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ 2 ປະເທດ ສືບຕໍ່ຕັ້ງໜ້າສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງພາກພື້ນ ແລະ ຫລາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ. ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ Micronesia ຈະສະໜັບສະໜູບ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເຂົ້າຕຳແໜ່ງກຳມະການບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

        ເມື່ອຕີລາຄາສູງຄວາມສຳຄັນຂອງການພົວພັນລະຫວ່າງ Micronesia - ຫວຽດນາມ, ທ່ານປະທານສະພາແຫ່ງຊາດສະຫະພັນ Micronesia ຖືວ່າ: ການພົວພັນ 2 ປະເທດມີຄວາມຕັ້ງໜ້າ, ແໜ້ນແຟ້ນບົນເວທີສາກົນ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດສະຫະພັນ Micronesia ປາດຖະໜາຢາກ ເສີມຂະຫຍາຍບັນດາການຢ້ຽມຢາມ, ແລກປ່ຽນຄະນະຜູ້ແທນ, ໃນນັ້ນ ມີການທູດສະພາແຫ່ງຊາດ, ການພົບປະແລກປ່ຽນປະຊາຊົນ 2 ປະເທດ; ເພີ່ມທະວີການຮ່ວມມືກ່ຽວກັບບັນດາຂົງເຂດຄື: ການສຶກສາ, ພັດທະນາເສດຖະກິດ, ການຄ້າ.

(ແຫຼ່ງຄັດຈາກ VOV)


ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top