• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ອວຍພອນບຸນເຕັດການນຳ, ອະດີດການນຳຢູ່ເຂດພາກກາງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຫວັງວ່າບັນດາທ່ານອາວຸໂສບຳນານ ຈະສືບຕໍ່ເປັນແບບຢ່າງໃນຂະບວນການແຂ່ງຂັນຮັກຊາດ, ເປັນແວ່ນແຍງ ໃຫ້ແກ່ລູກຫຼານ, ວົງຄະນາຍາດໄດ້ເດີນຕາມ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ກ່າວຄໍາເຫັນທີ່ການພົບປະ (ພາບ: VGP)

ວັນທີ 28 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານ ໄດ້ລົງພົບປະຢ້ຽມຢາມ, ໃຫ້ກຳລັງໃຈການນຳ, ອະດີດການນຳ ບັນດາຄະນະພັກເຂດພາກກາງ; ການນຳກອງບັນຊາການທະຫານເຂດ V, ບັນດານາຍທະຫານ, ການນຳຂັ້ນສູງທີ່ພັກບຳນານ ຢູ່ນະຄອນດາໜັງ ພ້ອມດ້ວຍການນຳບັນດາແຂວງ, ນະຄອນ ນັບແຕ່ ເທຶອທຽນ ເຫວ້ ຈົນຮອດ ກວ໋າງງ໊າຍ. ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ສະເໜີໃຫ້ບັນດາທ້ອງຖິ່ນຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຮັບປະກັນສະຖຽນລະພາບດ້ານການເມືອງ - ສັງຄົມ, ຍູ້ແຮງການພັດທະນາເສດຖະກິດ, ຮ່ວມແຮງຮ່ວມໃຈວາງຄາດໝາຍ ດ້ວຍ ສູ້ຊົນຮອດປີ 2045 ນໍາ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາ.

ເມື່ອໂອ້ລົມກັບບັນດາພະນັກງານຂັ້ນສູງ ເຊິ່ງປັດຈຸບັນໄດ້ພັກບຳນານແລ້ວນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຫວັງວ່າບັນດາທ່ານອາວຸໂສບຳນານ ຈະສືບຕໍ່ເປັນແບບຢ່າງໃນຂະບວນການແຂ່ງຂັນຮັກຊາດ, ເປັນແວ່ນແຍງ ໃຫ້ແກ່ລູກຫຼານ, ວົງຄະນາຍາດໄດ້ເດີນຕາມ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top