ຕອນເຊົ້າວັນທີ 09 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການຈຸດສູມແຫ່ງຊາດໃນຂົງເຂດລົດທາງເຫຼັກ, ເປັນປະທານກອງປະຊຸມທາງໄກຄັ້ງທີ 3 ຂອງຄະນະຊີ້ນຳກັບ 19 ສະຖານທີ່ເຊື່ອມຕໍ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງການກຳນົດທິດພັດທະນາຄົມມະນາຄົມຂົນສົ່ງທາງທາງເຫຼັກ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2050 ກຳນົດພັດທະນາຄົມມະນາຄົມຂົນສົ່ງໃຫ້ທັນສະໄໝ, ຄົບຊຸດ ເພື່ອຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຢ່າງວ່ອງໄວ, ຍືນຍົງ, ຕອບສະໜອງເປົ້າໝາຍຮອດປີ 2045 ຫວຽດນາມ ແມ່ນປະເທດພັດທະນາມີລາຍຮັບສູງ. ການຂົນສົ່ງທາງທາງເຫຼັກສວມບົດບາດແກ່ນສານໃນແລວເສດຖະກິດເໜືອ - ໃຕ້ ແລະ ຂົນສົ່ງຜູ້ໂດຍສານຢູ່ບັນດາເຂດຕົວເມືອງໃຫຍ່.