• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເປັນປະທານກອງປະຊຸມ ປະຈຳ ເດືອນກຸມພາຂອງລັດຖະບານ

ວັນທີ 3 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ ປະຈຳເດືອນ ເດືອນກຸມພາ ປີ 2022 ຂອງ ລັດຖະບານ.
  ນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ໜັງສືພິມເອເລັກໂຕຣນິກ)  

 ກ່າວຄຳເຫັນເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ເດືອນກຸມພາ ສະພາບການສາກົນ ແລະ ພາຍໃນປະເທດມີຄວາມສະດວກແຕ່ກໍ່ມີຄວາມຫຍຸ້ງຍາກຫຼາຍຢ່າງ, ຄວາມກົດດັນຈາກໄພເງິນເຟີ້ຂອງບັນດາປະເທດເພີ່ມຂຶ້ນສູງ, ລາຄາວັດສະດຸ, ຄ່າຂົນສົ່ງເພີ່ມຂຶ້ນສູງ, ລາຄານ້ຳມັນກໍ່ເພີ່ມຂຶ້ນຢ່າງໄວ, ສະພາບການດ້ານການເມືອງ, ການສູ້ຮົບຢູ່ຢູແກຼນ ກໍ່ມີຜົນສະທົບຕໍ່ສະພາບການພາຍໃນປະເທດ. ສ່ວນໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ເປັນຕົ້ນແມ່ນຜູ້ຕິດເຊື້ອໄວຣັດສາຍພັນ Omicron ໄດ້ເພີ່ມຂຶ້ນ ຢ່າງແຮງ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງຄວບຄຸມ ສະພາບການໄດ້, ເຖິງວ່າຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍຢູ່ທາງພາກເໜືອ, ເປັນຕົ້ນແມ່ນຮ່າໂນ້ຍ ແຕ່ຫວຽດນາມ ຍັງຄວບຄຸມຈຳນວນຜູ້ຕິດເຊື້ອທີ່ມີອາການໜັກ ແລະ ຜູ້ເສຍຊີວິດໄດ້.

ໃນສະພາບການປະສົບກັບຄວາມຫຍຸ້ງຍາກຄືດັ່ງກ່າວ, ປະຊາຊົນ ແລະ ປະຊາຄົມວິສາຫະກິດໄດ້ມານະພະຍາຍາມ, ສູ້ຊົນໃນການເຄື່ອນໄຫວຜະລິດ,ດຳເນີນທຸລະກິດ. ດັ່ງນັ້ນ, ສະພາບການເສດຖະກິດ ສັງຄົມໃນເດືອນກຸມພາ ແລະ 2 ເດືອນຕົ້ນປີ ຈົ່ງສືບຕໍ່ມີການຜັນແປຢ່າງຕັ້ງໜ້າ, ສືບຕໍ່ທ່າຟື້ນຟູໃນທຸກຂົງເຂດທັງດ້ານອຸດສາຫະກຳ, ກະສິກຳ, ການບໍລິການ, ຟື້ນຟູຕະຫຼາດແຮງງານ, ຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົມ, ຮັບປະກັນໃຫ້ປະຊາຊົນໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊຶນ, ປອດໄພ, ໂປ່ງໃສ ແລະ ປະຢັດ.

ກ້າວເຂົ້າສູ່ເດືອນທີ 3 ຂອງໄຕມາດທີ I/2022, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຜູ້ແທນ ຕີລາຄາ ສະພາບການໃຫ້ຖືກຕ້ອງ, ຄາດຄະເນຜົນກະທົບທາງດ້ານເສດຖະກິດ - ສັງຄົມເດືອນມີນາ ແລະ ໄຕມາດທີ I ເພື່ອວາງອອກເປົ້າໝາຍໃຫ້ແທດເໝາະ ກັບສະພາບການ, ມີບັນດາໜ້າທີ່, ວິທີການຊີ້ນຳ, ນຳພາບໍລິຫານຢ່າງມີໄຫວພິບ, ຫົວຄິດປະດິດສ້າງ, ເໝາະສົມກັບສະພາບການ, ສ້າງທ່ວງທ່າໃນໄຕມາດທີ I ເພື່ອສືບຕໍ່ຟື້ນຟູ ແລະ ພັດທະນາເສດຖະກິດໂດຍໄວ ແລະ ຍືນຍົງ, ສ້າງພື້ນຖານເພື່ອຊຸກຍູ້ເສດຖະກິດ - ສັງຄົມທັງປີ 2022.


(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ໂຢຂອງ​ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ລົງ​ທຶນ

ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ໂຢຂອງ​ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ລົງ​ທຶນ

ທີ່​ການ​ຕ້ອນ​ຮັບ ທ່ານ Grandhi Mallikarjuna Rao ປະ​ທານ​ກຸ່ມ​ບໍ​ລິ​ສັດ GMR ແລະ ການ​ນຳ​ຂັ້ນ​ສູງ​ຈຳ​ນວນ​ນຶ່ງ​ຂອງ​ກຸ່ມ​ບໍ​ລິ​ສັດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ເລື່ອງ ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ

Top