ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເປັນປະທານກອງປະຊຸມ ປະຈຳ ເດືອນກຸມພາຂອງລັດຖະບານ

ວັນທີ 3 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ ປະຈຳເດືອນ ເດືອນກຸມພາ ປີ 2022 ຂອງ ລັດຖະບານ.
  ນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ໜັງສືພິມເອເລັກໂຕຣນິກ)  

 ກ່າວຄຳເຫັນເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ເດືອນກຸມພາ ສະພາບການສາກົນ ແລະ ພາຍໃນປະເທດມີຄວາມສະດວກແຕ່ກໍ່ມີຄວາມຫຍຸ້ງຍາກຫຼາຍຢ່າງ, ຄວາມກົດດັນຈາກໄພເງິນເຟີ້ຂອງບັນດາປະເທດເພີ່ມຂຶ້ນສູງ, ລາຄາວັດສະດຸ, ຄ່າຂົນສົ່ງເພີ່ມຂຶ້ນສູງ, ລາຄານ້ຳມັນກໍ່ເພີ່ມຂຶ້ນຢ່າງໄວ, ສະພາບການດ້ານການເມືອງ, ການສູ້ຮົບຢູ່ຢູແກຼນ ກໍ່ມີຜົນສະທົບຕໍ່ສະພາບການພາຍໃນປະເທດ. ສ່ວນໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ເປັນຕົ້ນແມ່ນຜູ້ຕິດເຊື້ອໄວຣັດສາຍພັນ Omicron ໄດ້ເພີ່ມຂຶ້ນ ຢ່າງແຮງ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງຄວບຄຸມ ສະພາບການໄດ້, ເຖິງວ່າຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍຢູ່ທາງພາກເໜືອ, ເປັນຕົ້ນແມ່ນຮ່າໂນ້ຍ ແຕ່ຫວຽດນາມ ຍັງຄວບຄຸມຈຳນວນຜູ້ຕິດເຊື້ອທີ່ມີອາການໜັກ ແລະ ຜູ້ເສຍຊີວິດໄດ້.

ໃນສະພາບການປະສົບກັບຄວາມຫຍຸ້ງຍາກຄືດັ່ງກ່າວ, ປະຊາຊົນ ແລະ ປະຊາຄົມວິສາຫະກິດໄດ້ມານະພະຍາຍາມ, ສູ້ຊົນໃນການເຄື່ອນໄຫວຜະລິດ,ດຳເນີນທຸລະກິດ. ດັ່ງນັ້ນ, ສະພາບການເສດຖະກິດ ສັງຄົມໃນເດືອນກຸມພາ ແລະ 2 ເດືອນຕົ້ນປີ ຈົ່ງສືບຕໍ່ມີການຜັນແປຢ່າງຕັ້ງໜ້າ, ສືບຕໍ່ທ່າຟື້ນຟູໃນທຸກຂົງເຂດທັງດ້ານອຸດສາຫະກຳ, ກະສິກຳ, ການບໍລິການ, ຟື້ນຟູຕະຫຼາດແຮງງານ, ຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົມ, ຮັບປະກັນໃຫ້ປະຊາຊົນໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊຶນ, ປອດໄພ, ໂປ່ງໃສ ແລະ ປະຢັດ.

ກ້າວເຂົ້າສູ່ເດືອນທີ 3 ຂອງໄຕມາດທີ I/2022, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຜູ້ແທນ ຕີລາຄາ ສະພາບການໃຫ້ຖືກຕ້ອງ, ຄາດຄະເນຜົນກະທົບທາງດ້ານເສດຖະກິດ - ສັງຄົມເດືອນມີນາ ແລະ ໄຕມາດທີ I ເພື່ອວາງອອກເປົ້າໝາຍໃຫ້ແທດເໝາະ ກັບສະພາບການ, ມີບັນດາໜ້າທີ່, ວິທີການຊີ້ນຳ, ນຳພາບໍລິຫານຢ່າງມີໄຫວພິບ, ຫົວຄິດປະດິດສ້າງ, ເໝາະສົມກັບສະພາບການ, ສ້າງທ່ວງທ່າໃນໄຕມາດທີ I ເພື່ອສືບຕໍ່ຟື້ນຟູ ແລະ ພັດທະນາເສດຖະກິດໂດຍໄວ ແລະ ຍືນຍົງ, ສ້າງພື້ນຖານເພື່ອຊຸກຍູ້ເສດຖະກິດ - ສັງຄົມທັງປີ 2022.



top