• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຄະນະຄຸ້ມຄອງສຸສານປະທານໂຮ່ຈີມິນ

      ໃນການເຮັດວຽກກັບການນຳ ແລະ ພະນັກງານຫຼັກແຫຼ່ງຂອງຄະນະຄຸ້ມຄອງສຸສານປະທານ ໂຮ່ຈີມິນ, ຕອນບ່າຍວັນທີ 14 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຕ້ອງເພີ່ມທະວີວຽກງານຄຸ້ມຄອງ, ບູລະນະປະຕິສັງຂອນເຂດດັ່ງກ່າວໃຫ້ສົມກັບການອຸທິດສ່ວນອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ແລະ ອາລົມຈິດຄວາມຮັກແພງຂອງຊາດ, ຂອງປະຊາຊົນ ຫວຽດນາມ  ທີ່ມີຕໍ່ເພິ່ນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບການນຳ ແລະ ພະນັກງານຫຼັກແຫຼ່ງຂອງຄະນະຄຸ້ມຄອງສຸສານປະທານ ໂຮ່ຈີມິນ (ພາບ: VOV)
      ທ່ານນາຍົກລັດຖະມົນຕີສະເໜີໃຫ້ຄະນະຄຸ້ມຄອງສຸສານ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ບັນລຸໄດ້ໃນຕະຫຼອດໄລຍະກວ່າ 50 ປີແຫ່ງການອະນຸລັກຮັກສາສົບຂອງປະທານໂຮ່ຈີມິນ ແລະ ໃນໄລຍະ 45 ປີນັບແຕ່ ວັນສ້າງຕັ້ງຄະນະຄຸ້ມຄອງ. ຄະນະຄຸ້ມຄອງສຸສານປະທານ ໂຮ່ຈີມິນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນກັບບັນດາອົງການທີ່ກ່ຽວຂ້ອງ, ປ້ອງກັນຄວາມປອດໄພໃນເຂດປູຊະນີຍະສະຖານທີ່ມີຄວາມສຳຄັນເປັນພິເສດນີ້. ຮັບປະກັນບັນຍາກາດທີ່ສັກສິດເຄັ່ງຂຶມ, ສະຫງົບສຸກ, ປອດໄພຂອງປະເທດຊາດ, ສະແດງໃຫ້ເຫັນມູນເຊື້ອວັດທະນະທຳປະຫວັດສາດທີ່ມີມາແຕ່ດົນນານຂອງຊາດ ຫວຽດນາມ, ສະແດງຄວາມເຄົາລົບນັບຖື ແລະ ຄວາມຮັກແພງຢ່າງໃຫຍ່ຫຼວງຂອງປະຊາຊົນ ຫວຽດນາມ ທີ່ມີຕໍ່ປະທານ ໂຮ່ຈີມິນ ແລະ ເຂດປູຊະນີຍະສະຖານ.
(ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top