ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຄະນະຄຸ້ມຄອງສຸສານປະທານໂຮ່ຈີມິນ

      ໃນການເຮັດວຽກກັບການນຳ ແລະ ພະນັກງານຫຼັກແຫຼ່ງຂອງຄະນະຄຸ້ມຄອງສຸສານປະທານ ໂຮ່ຈີມິນ, ຕອນບ່າຍວັນທີ 14 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຕ້ອງເພີ່ມທະວີວຽກງານຄຸ້ມຄອງ, ບູລະນະປະຕິສັງຂອນເຂດດັ່ງກ່າວໃຫ້ສົມກັບການອຸທິດສ່ວນອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ແລະ ອາລົມຈິດຄວາມຮັກແພງຂອງຊາດ, ຂອງປະຊາຊົນ ຫວຽດນາມ  ທີ່ມີຕໍ່ເພິ່ນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບການນຳ ແລະ ພະນັກງານຫຼັກແຫຼ່ງຂອງຄະນະຄຸ້ມຄອງສຸສານປະທານ ໂຮ່ຈີມິນ (ພາບ: VOV)
      ທ່ານນາຍົກລັດຖະມົນຕີສະເໜີໃຫ້ຄະນະຄຸ້ມຄອງສຸສານ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ບັນລຸໄດ້ໃນຕະຫຼອດໄລຍະກວ່າ 50 ປີແຫ່ງການອະນຸລັກຮັກສາສົບຂອງປະທານໂຮ່ຈີມິນ ແລະ ໃນໄລຍະ 45 ປີນັບແຕ່ ວັນສ້າງຕັ້ງຄະນະຄຸ້ມຄອງ. ຄະນະຄຸ້ມຄອງສຸສານປະທານ ໂຮ່ຈີມິນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນກັບບັນດາອົງການທີ່ກ່ຽວຂ້ອງ, ປ້ອງກັນຄວາມປອດໄພໃນເຂດປູຊະນີຍະສະຖານທີ່ມີຄວາມສຳຄັນເປັນພິເສດນີ້. ຮັບປະກັນບັນຍາກາດທີ່ສັກສິດເຄັ່ງຂຶມ, ສະຫງົບສຸກ, ປອດໄພຂອງປະເທດຊາດ, ສະແດງໃຫ້ເຫັນມູນເຊື້ອວັດທະນະທຳປະຫວັດສາດທີ່ມີມາແຕ່ດົນນານຂອງຊາດ ຫວຽດນາມ, ສະແດງຄວາມເຄົາລົບນັບຖື ແລະ ຄວາມຮັກແພງຢ່າງໃຫຍ່ຫຼວງຂອງປະຊາຊົນ ຫວຽດນາມ ທີ່ມີຕໍ່ປະທານ ໂຮ່ຈີມິນ ແລະ ເຂດປູຊະນີຍະສະຖານ.
(ແຫຼ່ງຄັດຈາກ VOV)
 


top