• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານວາລະປະຊຸມ (ພາບ: VGP)

ຕອນບ່າຍວັນທີ 26 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ເປັນປະທານວາລະປະຊຸມເທື່ອທີ 2 ຂອງອະນຸກຳມະການປຶກສາຫາລືໂຄງຮ່າງບົດລາຍງານຕີລາຄາໄລຍະ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 2021 – 2030, ທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2026 – 2030.

ໂຄງຮ່າງບົດລາຍງານລວມມີ 3 ພາກ, ຄື: ຕີລາຄາໝາກຜົນ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2030; ທິດທາງ, ໜ້າທີ່ພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2026 – 2030; ການຈັດຕັ້ງປະຕິບັດ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ, ສຳຫຼວດ, ກວດກາ, ຕີລາຄາງ່າຍ; ຫຼີກລ້ຽງການນຳເຂົ້າບັນດາເນື້ອໃນທີ່ບໍ່ຈຳເປັນ, ບໍ່ມີເນື້ອໃນລະອຽດ, ຍາກທີ່ຈະໝູນໃຊ້.

ສຳລັບການຄາດຄະເນສະພາບການໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຊີ້ນຳສຸມໃສ່ຕີລາຄາ, ໄຈ້ແຍກຜົນກະທົບຂອງໂອກາດ, ສິ່ງທ້າທ້າຍສຳລັບ ຫວຽດນາມ ຈາກສະພາບການພັດທະນາໃໝ່ຂອງສາກົນ ແລະ ພາຍໃນປະເທດ; ສິ່ງທ້າທາຍຈາກບັນຫາຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງດ້ານການທະຫານ ແລະ ຄວາມໝັ້ນຄົງແບບໃໝ່.

(ແຫຼ່ງຄັດຈາກ VOV)

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ວັນທີ 07 ພຶດສະພາ, ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 07 ພຶດສະພາ 1954 – 07 ພຶດສະພາ 2024) ຂຶ້ນຢ່າງສົມກຽດ, ເຊິ່ງເປັນໄຊຊະນະໄດ້ສ້າງຂີດໝາຍໃນປະຫວັດສາດໂລກ. ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະ ດ້ຽນບຽນຝູ ຊຸກຍູ້ຂະບວນການປົດປ່ອຍຊາດທົ່ວໂລກບັນລຸໄດ້ໄຊຊະນະຢ່າງສົມບູນ.

Top