• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງ 3 ຂອດບຸກທະລຸເຊິ່ງ ຫວຽດນາມ ພວມປະຕິບັດ, ຄື: ລະບອບລະບຽບການ, ແຫຼ່ງຊັບພະຍາກອນມະນຸດ, ໂຄງສ້າງພື້ນຖານໂຄງລ່າງ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 24 ເມສາ, ຢູ່ສຳນັກງານລັດຖະບານ, ທີີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ.

ກ່າວຄຳເຫັນເປີດສາກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢືນຢັນວ່າ, ການຫັນເປັນດີຈີຕອນແມ່ນໜ້າທີ່ຈຸດສຸມ, ຂອດບຸກທະລຸໃນການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ບຸລິມະສິດໃນການຫັນປະເທດຊາດເປັນດີຈີຕອນປີ 2024 ແມ່ນ, ການພັດທະນາເສດຖະກິດດ້ວຍ 4 ເສົາຄ້ຳ, ລວມມີ: ອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານ, ຫັນບັນດາຂະແໜງເສດຖະກິດເປັນດີຈີຕອນ, ຄຸ້ມຄອງດີຈີຕອນ, ຂໍ້ມູນດີຈີຕອນ. ກ່ຽວກັບໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງເລື່ອງຕ້ອງປະຕິບັດ “3 ເພີ່ມທະວີ”

“3 ເພີ່ມທະວີແມ່ນ, ເພີ່ມທະວີດ້ານຮັບຮູ້ກ່ຽວກັບບົດບາດ, ຄວາມສຳຄັນໃນການຫັນເປັນດີຈີຕອນໄປຍັງປະຊາຊົນແຕ່ລະຄົນ, ວິສາຫະກິດ, ໂດຍສະເພາະແມ່ນຜູ້ນຳໜ້າ; ເພີ່ມທະວີກຳລັງບົ່ມຊ້ອນໃຫ້ແກ່ການຫັນເປັນດີຈີຕອນ, ຖືນີ້ແມ່ນໜ້າທີ່ຈຸດສຸມຕ້ອງໃຫ້ບຸລິມະສິດຈັດແບ່ງແຫຼ່ງກຳລັງ; ເພີ່ມທະວີການຮ່ວມມືພາກລັດ - ເອກະຊົນ, ເອົາການລົງທຶນພາກລັດນຳພາການລົງທຶນພາກເອກະຊົນ, ລະດົມທຸກແຫຼ່ງກຳລັງສັງຄົມໃຫ້ແກ່ການຫັນເປັນດີຈີຕອນ”.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຍູ້ແຮງການຫັນການເກັບລາຍຮັບ, ລາຍຈ່າຍງົບປະມານເປັນດີຈີຕອນ, ຄື: ການຄ້າເອເລັກໂຕນິກ, ດຳເນີນທຸລະກິດທາງອອນລາຍຂ້າມຊາຍແດນ, ພ້ອມທັງເປີດກວ້າງການເບີກຈ່າຍເງິນໂດຍບໍ່ນຳໃຊ້ເງິນສົດໃນການປະຕິບັດການໜູນຊ່ວຍສັງຄົມ.

ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງການຜັນຂະຫຍາຍບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນເພື່ອໃຫ້ເພີ່ມດັດຊະນີພັດທະນານະໂຍບາຍລັດຖະບານເອເລັກໂຕນິກຂອງ ຫວຽດນາມ ຂຶ້ນຢ່າງໜ້ອຍສຸດ 5 ຂັ້ນ ຕາມຕາຕະລາງຕີລາຄາຂອງສະຫະປະຊາຊາດ, ດັດຊະນີຄວາມປອດໄພທາງເຄືອຂ່າຍອິນເຕີແນັດຂຶ້ນໃນກຸ່ມ 30 ປະເທດແຖວໜ້າໂລກ.

(ແຫຼ່ງຄັດຈາກ VOV)

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ.

Top