ດ້ວຍຫົວຂໍ້ຂອງປີປະທານ ອາຊຽນ 2025 ແມ່ນ: “ກວມລວມ ແລະ ຍືນຍົງ”, ມາເລເຊຍ ໄດ້ພ້ອມກັບບັນດາປະເທດ ກຳນົດບາງເນື້ອໃນການຮ່ວມມືລະອຽດ, ສະແດງໃຫ້ເຫັນຜ່ານບັນດາຈຸດສຸມ: ບຸລິມະສິດປັບປຸງບົດບາດໃຈກາງຂອງ ອາຊຽນ ໃນການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຜ່ານການພົບປະສົນທະນາ, ການທູດ ແລະ ເຈດຕະນາດີ, ເປີດກວ້າງການພົວພັນຮ່ວມມືຢ່າງມີປະສິດທິຜົນ ແລະ ແທດຈິງ ກັບບັນດາຄູ່ຮ່ວມມືພາຍນອກ; ການເຕີບໂຕແບບຍືນຍົງ ແລະ ກວມລວມ, ນຳເນື້ອໃນກວມລວມ ແລະ ຍືນຍົງເຂົ້າໃຈກາງຂອງວິວັດການກໍ່ສ້າງປະຊາຄົມ, ຊຸກຍູ້ການຮັດແຄບຊ່ອງຫວ່າງການພັດທະນາ ແລະ ຄວາມບໍ່ສະເຫມີພາບ,ຍົກສູງກຳລັງຄວາມສາມາດຮັບມື, ປັບຕົວໃຫ້ແທດເໝາະ ແລະ ສົມທົບກັບກະທຳ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນ.