• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ Siemens ຄົ້ນຄ້ວາການຖ່າຍທອດເຕັກໂນໂລຊີ, ຊຸກຍູ້ນະວັດຕະກຳຢູ່ ຫວຽດນາມ

ຕີລາຄາສູງບົດບາດ ແລະ ທີ່ຕັ້ງແຖວໜ້າຂອງ ເຢຍລະມັນ ຢູ່ ເອີລົບ ແລະ ໃນໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ເຮັດໃຫ້ການພົວພັນກັບ ເຢຍລະມັນ ເລິກເຊິ່ງໃນ ທຸກຂົງເຂດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Roland Busch, ປະທານທັງເປັນຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Siemens (ພາບ:VGP/Nhật Bắc)

ຕອນບ່າຍວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Roland Busch, ປະທານທັງເປັນຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Siemens (ສະຫະພັນເຢຍລະມັນ) ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ຕີລາຄາສູງບົດບາດ ແລະ ທີ່ຕັ້ງແຖວໜ້າຂອງ ເຢຍລະມັນ ຢູ່ ເອີລົບ ແລະ ໃນໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ເຮັດໃຫ້ການພົວພັນກັບ ເຢຍລະມັນ ເລິກເຊິ່ງໃນ ທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ Siemens ຄົ້ນຄ້ວາ ຖ່າຍທອດເຕັກໂນໂລຊີ, ຊຸກຍູ້ນະວັດຕະກຳ ຢູ່ ຫວຽດນາມ; ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ; ໜູນຊ່ວຍການເງິນ, ຖ່າຍທອດວິທະຍາສາດການບໍລິຫານ; ສ້າງ, ລະບອບ ລະບຽບການ ໃຫ້ສົມບູນແບບ, ເໝາະສົມກັບທ່າອ່ຽງພັດທະນາໃນໂລກ ແລະ ເໝາະສົມກັບສະພາບການຂອງ ຫວຽດນາມ.

ສ່ວນ ທ່ານ Roland Busch ໃຫ້ຮູ້ວ່າ: Siemens ແມ່ນກຸ່ມບໍລິສັດເຕັກໂນໂລຊີແຖວໜ້າຂອງ ເຢຍລະມັນ, ສຸມໃສ່ບັນດາຂົງເຂດອຸດສາຫະກຳ, ພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ ແລະ ການແພດ. ສ້າງຫ້ອງການຕາງໜ້າຢູ່ ຫວຽດນາມ ແຕ່ປີ 1993, ປະຈຸບັນ, Siemens ຮ່ວມມືຢ່າງມີປະສິດທິຜົນກັບ ຫວຽດນາມ ໃນຫຼາຍຂົງເຂດ, ພິເສດແມ່ນພະລັງງານທົດແທນ ແລະ ຄົມມະນາຄົມຂົນສົ່ງ. ໄລຍະຈະມາເຖິງ, Siemens ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ບືນຕົວ ອອກສູ່ໂລກ.

(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຈັດຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ຮ່າ​ໂນ້ຍ ຈັດຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດຊາດ​ເປັນ​ເອ​ກະ​ພາບ ວັນ​ທີ 30 ເມ​ສາ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ ທີ 01 ພຶດ​ສະ​ພາ ປີ 2026, ຂະ​ແໜງ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ແລະ ສະ​ຖານ​ທີ່ຢ​້ຽມ​ຊົມ​ຕ່າງໆ​ໄດ້​ຈັດຫຼາຍ​ກິດ​ຈະ​ກຳ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ລັກ​ສະ​ນະ​ລົງ​ຕົວ​ຈິງ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ.

Top