• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິສັດ Friboi (ກຸ່ມບໍລິສັດ JBS S.A ບຣາຊິນ)

ທ່ານນາຍົກລັດຖະມົນຕີ ຟ້າມມິຈິງ ຢືນຢັນຄວາມປາດຖະໜາ ຢາກພ້ອມກັບລັດຖະບານ ບຣາຊິນ ຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນ 2 ຝ່າຍ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Renato Costa, ອຳນວຍການໃຫຍ່ບໍລິສັດ Friboi (ພາບ: TTXVN)

ຕອນບ່າຍວັນທີ 13 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Renato Costa, ອຳນວຍການໃຫຍ່ບໍລິສັດ Friboi ຂຶ້ນກັບກຸ່ມບໍລິສັດ JBS S.A ບຣາຊິນ. ປະຈຸບັນ, JBS S.A ບຣາຊິນ ແມ່ນວິສາຫະກິດປຸງແຕ່ງຊີ້ນສັດລ້ຽງ, ສັດປີກໃຫຍ່ທີ່ສຸດໃນໂລກ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິຈິງ ຢືນຢັນຄວາມປາດຖະໜາ ຢາກພ້ອມກັບລັດຖະບານ ບຣາຊິນ ຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນ 2 ຝ່າຍ; ທ່ານສະເໜີໃຫ້ JBS S.A. ເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດທີ່ກຸ່ມບໍລິສັດມີທ່າແຮງ, ຄື: ການລ້ຽງປູກ, ປຸງແຕ່ງຊີ້ນ, ປຸງແຕ່ງກາເຟ…; JBS S.A ອາດສາມາດຮ່ວມທຸລະກິດ, ເຊື່ອມຕໍ່ກັບວິສາຫະກິດ ຫວຽດນາມ, ຫຼື ລົງທຶນໂດຍກົງ; ຮ່ວມມືຫັນຕະຫຼາດຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ,; ພ້ອມທັງເຊື່ອມຕໍ່ບັນດາວິສາຫະກິດອື່ນເພື່ອຮ່ວມມື, ລົງທຶນກັບ ຫວຽດນາມ.

ສ່ວນທ່ານ Renato Costa ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຍູ້ແຮງການເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດ ບຣາຊິນ ແລະ ຫວຽດນາມ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ທ່ານນາຍົກລັດຖະມົນຕີໄດ້ເຈາະຈີ້ມໃຫ້ຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ (ສະ​ບັບ​ປັບ​ປຸງ)

ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ (ສະ​ບັບ​ປັບ​ປຸງ)

ໂດຍສືບຕໍ່ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 18 ກຸມພາ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ດ້ວຍຈຳນວນສະມາຊິກສະພາແຫ່ງຊາດ 463/485 ເຂົ້າຮ່ວມການລົງຄະແນນສຽງໄດ້ຕົກລົງເຫັນດີ, ກວມເອົາອັດຕາ 96,86%. ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ມີຜົນສັກສິດນັບແຕ່ວັນທີ 01 ມີນາ 2025.

Top