• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ປະທານ ກອງທຶນ KKR

ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກໃຫ້ກອງທຶນ KKR ສືບຕໍ່ລົງທຶນເຂົ້າ ຫວຽດນາມ; ສະເຫນີ ທ່ານ David Petraeus ມີສຽງເວົ້າຊຸກຍູ້ຝ່າຍ ອາເມລິກາ ຮັບຮອງຂໍ້ກຳນົດກົດລະບຽບເສດຖະກິດການຕະຫລາດຂອງ ຫວຽດນາມໂດຍໄວ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານ David Petraeus ປະທານສະຖາບັນທົ່ວໂລກ ກອງທຶນ Kohlberg Kravis Roberts (KKR)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານ David Petraeus ປະທານສະຖາບັນທົ່ວໂລກ ກອງທຶນ Kohlberg Kravis Roberts (KKR), ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ,  ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກໃຫ້ກອງທຶນ  KKR ສືບຕໍ່ລົງທຶນເຂົ້າ ຫວຽດນາມ; ສະເຫນີ ທ່ານ David Petraeus ມີສຽງເວົ້າຊຸກຍູ້ຝ່າຍ ອາເມລິກາ ຮັບຮອງຂໍ້ກຳນົດກົດລະບຽບເສດຖະກິດການຕະຫລາດຂອງ ຫວຽດນາມໂດຍໄວ ແລະ ຢາກ  KKR ເຊື່ອມຕໍ່ກັບບັນດາກຸ່ມບໍລິສັດ, ຄູ່ຮ່ວມມືຂອງ  KKP ໃນໂລກ ເພື່ອຊອກຫາກາລະໂອກາດ, ເປີດກວ້າງການຮ່ວມມື, ລົງທຶນ ຢູ່ ຫວຽດນາມ ເປັນຕົ້ນໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນຄື: ຫັນເປັນດິຈີຕອນ, ຫັນເປັນສີຂຽວ, ພະລັງງານທົດແທນ, ເສດຖະກິດ ໝູນວຽນ, ເສດຖະກິດພູມປັນຍາ..

ທ່ານນາຍົກລັດຖະມົນຕີ ຢືນຢັນ: ລັດຖະບານ ຫວຽດນາມ ຍາມໃດກໍ່ຊົມເຊີຍ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາກຸ່ມບໍລິສັດຕ່າງປະເທດເວົ້າລວມ ແລະ ກອງທຶນ KKR ເວົ້າສະເພາະລົງທຶນເຂົ້າ ຫວຽດນາມ; ຖືຜົນສຳເລັດຂອງວິສາຫະກິດ ແມ່ນຜົນສຳເລັດຂອງຫວຽດນາມ, ບົນຈິດໃຈກົມກຽວ ແລະ ແບ່ງປັນຄວາມສ່ຽງນຳກັນ.

ທ່ານ David Petraeus ຢືນຢັນ: ຫວຽດນາມ ຈະສືບຕໍ່ແມ່ນຈຸດນັດພົບສຳຄັນ, ນອນໃນອັນດັບສູງຂອງບັນຊີລາຍຊື່ບັນດາປະເທດຈຳເປັນຕ້ອງລົງທຶນຂອງ KKR, ເປັນຕົ້ນໃນຂົງເຂດຊື່ງ ທ່ານນາຍົກລັດຖະມົນຕີ ໄດ້ກ່າວມາ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top