• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ກະທຳຢ່າງຂ້ຽວຂາດ ແລະ ແບ່ງປັນຄວາມຮັບຜິດຊອບເພື່ອອະນາຄົດສີຂຽວຂອງມວນມະນຸດ

ກອງປະຊຸມສຸດຍອດຄວາມຫວັງກ່ຽວກັບສະພາບດິນຟ້າອາກາດຂອງ ສປຊ ໄດ້ດຶງດູດການນຳບັນດາປະເທດ, ອົງການຈັດຕັ້ງສາກົນເຂົ້າຮ່ວມນັບຮ້ອຍທ່ານ, ໂດຍທ່ານເລຂາທິການໃຫຍ່ ສປຊ Antonio Guterres ເປັນເຈົ້າພາບຈັດຂຶ້ນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ກອງປະຊຸມ

ວັນທີ 20 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດຄວາມຫວັງກ່ຽວກັບສະພາບດິນຟ້າອາກາດຂອງ ສປຊ.

ກອງປະຊຸມສຸດຍອດຄວາມຫວັງກ່ຽວກັບສະພາບດິນຟ້າອາກາດຂອງ ສປຊ ໄດ້ດຶງດູດການນຳບັນດາປະເທດ, ອົງການຈັດຕັ້ງສາກົນເຂົ້າຮ່ວມນັບຮ້ອຍທ່ານ, ໂດຍທ່ານເລຂາທິການໃຫຍ່ ສປຊ Antonio Guterres ເປັນເຈົ້າພາບຈັດຂຶ້ນ. ນັກປາຖະກະຖາ 41 ທ່ານທີ່ເປັນການນຳບັນດາປະເທດ, ອົງການຈັດຕັ້ງສາກົນ, ໃນນັ້ນມີ ບຣາຊິນ, ການາດາ, ຝລັ່ງ, ສະຫະພາບເອີລົບ (EU), ເຢຍລະມັນ… ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ: ການປ່ຽນແປງຂອງດິນຟ້າອາກາດແມ່ນສິ່ງທ້າທາຍທົ່ວໂລກທີ່ໃຫຍ່ທີ່ສຸດ, ສົ່ງຜົນກະທົບໂດຍກົງ ແລະ ກໍ່ຄວາມເສຍຫາຍໜັກໜ່ວງຕໍ່ການພັດທະນາເສດຖະກິດ, ຄວາມໝັ້ນຄົງທາງສັງຄົມ ແລະ ຄວາມປອດໄພຊີວິດອິນຊີ, ສຸຂະພາບຂອງປະຊາຊົນ:

“ເຖິງວ່າແມ່ນປະເທດພວມພັດທະນາ, ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ດ້ວຍນ້ຳໃຈເຄື່ອນໄຫວເພື່ອໜ່ວຍໂລກສີຂຽວນັ້ນ, ຫວຽດນາມຕັດສິນໃຈປະຕິບັດຄຳໝັ້ນສັນຍາບັນລຸການປ່ອຍອາຍພິດເຮືອນແກ້ວລົງລະດັບ 0 ໃນປີ 2050. ຫວຽດນາມ ແມ່ນໜຶ່ງໃນຈຳນວນ 30 ປະເທດທີ່ໄດ້ສົ່ງບົດລາຍງານປະກອບຄຳເຫັນໂດຍປະເທດຕັດສິນໃຈເອງ ແລະ ແມ່ນໜຶ່ງໃນ 3 ປະເທດພວມພັດທະນາທຳອິດໄດ້ເຂົ້າຮ່ວມການພົວພັນຄູ່ຮ່ວມມືກ່ຽວກັບການຫັນປ່ຽນພະລັງງານຍຸຕິທຳ (JETP). ດ້ວຍຄວາມເຫັນດີເຫັນພ້ອມໜູນຊ່ວຍຢ່າງຄົບຖ້ວນຂອງປະຊາຄົມສາກົນ, ພວກຂ້າພະເຈົ້າຈະສູ້ຊົນຫລຸດລະດັບອາຍພິດເຮືອນແກ້ວລົງເຖິງ 43,5% ໃນປີ 2030 ແລະ ບັນລຸອັດຕາພະລັງງານທົດແທນກ່ວາ 70% ໃນປີ 2050 ໂດຍໄວ. ເພື່ອອະນາຄົດສີຂຽວຂອງມວນມະນຸດ, ພວກເຮົາຈົ່ງຍົກສູງສະຕິການກະທຳທີ່ຂ້ຽວຂາດ ແລະ ແບ່ງປັນຄວາມຮັບຜິດຊອບກ່ວາອີກ”.

ວັນທີ 20 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດຄວາມຫວັງກ່ຽວກັບສະພາ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top