ຂ່າວສານ
ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ພົບປະເຈລະຈາ ກັບທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້ Paul Mashatile, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໄປຢ້ຽມຢາມ ອາບຟຼິກກາໃຕ້ ຢ່າງເປັນທາງການໃນລະຫວ່າງວັນທີ 14 ຫາວັນທີ 17 ກັນຍາ. ຕອນເຊົ້າວັນທີ 15 ກັນຍາ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດຢູ່ ທຳນຽບປະທານາທິບໍດີ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ແລະ ທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້ Paul Mashatile ໄດ້ເປັນປະທານຮ່ວມການພົບປະເຈລະຈາຢ່າງເປັນທາງການ.
ທີ່ການເຈລະຈາ, ການນຳສອງທ່ານ ໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນຕະຫຼອດໄລຍະ 3 ທົດສະວັດຜ່ານມາ. ຫວຽດນາມ ແລະ ອາບຟຼິກກາໃຕ້ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງກັນຢູ່ອາບຟຼິກກາໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້. ອາບຟຼິກກາໃຕ້ແມ່ນ ຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ອາບຟຼິກກາ ດ້ວຍວົງເງິນສອງສົ້ນບັນລຸເກືອບ 1,3 ຕື້ USD ໃນປີ 2022. ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ວັດທະນະທຳ, ການສຶກສາ - ການບຳລຸງສ້າງ ແລະ ການພົບປະແລກປ່ຽນປະຊາຊົນ ກໍບັນລຸໄດ້ບັນດາບາດກ້າວທີ່ຕັ້ງໜ້າ.
ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດ ແລະ ມາດຕະການໃຫຍ່, ຕັດສິນໃຈຊຸກຍູ້ການພົວພັນ “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ” ລະຫວ່າງ ຫວຽດນາມ ແລະ ອາບຟຼິກກາໃຕ້ ໃຫ້ຫຼາຍກ່ວາອີກ ໃນໄລຍະຈະມາເຖິງ. ກ່ຽວກັບດ້ານການເມືອງ - ການທູດ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍບົດບາດ ຂອງບັນດາກົນໄກຮ່ວມມືສອງຝ່າຍ, ປັບປຸງກອບນິຕິກຳຜ່ານການປະຕິບັດສຳເລັດ ແລະ ລົງນາມບັນດາຂໍ້ຕົກລົງໃນຂົງເຂດການສຶກສາ, ແຮ່ທາດ…






