• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງເອກອັກຄະລັກຖະທູດຫວຽດນາມ ໂງທິຮວ່າ ເປັນປະທານກອງປະຊຸມສະໄໝສາມັນ ເດືອນກັນຍາ 2018 ຂອງຄະນະກໍາມະການ ອາຊຽນ ຢູ່ La Hay

ວັນທີ 28 ກັນຍາ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ໂງທິຮວ່າ, ປະທານຄະນະກໍາມະການ ອາຊຽນ ຢູ່ La Hay, ປະເທດ ໂຮນລັງ ໄດ້ເປັນປະທານກອງປະຊຸມສະໄໝສາມັນ ເດືອນກັນຍາ 2018 ໂດຍມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ.

ທ່ານນາງເອກອັກຄະລັດຖະທູດຫວຽດນາມ ໂງທິຮວ່າ ມອບຕໍາແໜ່ງ ເປັນປະທານຄະນະກໍາມະການອາຊຽນ ຢູ່ La Hay ອາຍຸການຕໍ່ໄປ ໃຫ້ ທ່ານນາງ Eksiri Pintaruchi ເອກອັກຄະລັດຖະທູດ ໄທ (ພາບ: TTXVN)

ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດ ອາຊຽນ ສືບຕໍ່ແລກປ່ຽນກ່່ຽວກັບການເຄື່ອນໄຫວ ຈະມາເຖິງຂອງ ຄະນະກໍາມະການ ເຊິ່ງລວມມີ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ກຸ່ມບໍລິສັດ Simwave ຂອງບັນດາ ເອກອັກຄະລັດຖະທູດ, ການພົບປະລະຫວ່າງບັນດາເອກອັກຄະລັດຖະທູດ ອາຊຽນ, ບັນດາເອກອັກຄະລັກຖະທູດ ອາຊີ ກັບ ລັດຖະມົນຕີພື້ນຖານໂຄງລ່າງ ໂຮນລັງ ໃນເດືອນ ຕຸລາ 2018, ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບການພົວພັນລະຫວ່າງ EU – ASEAM ກັບກຸ່ມບັນດາປະເທດ EU ຢູ່ໂຮນລັງ ໃນເດືອນພະຈິກ 2018. ໄປຄຽງຄູ່ກັນນັ້ນ,ກອງປະຊຸມກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ  ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ເມື່ອສິ້ນສຸດກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ໂງທິຮວ່າ ໄດ້ມອບຕໍາແໜ່ງ ເປັນປະທານຄະນະກໍາມະການອາຊຽນ ຢູ່ La Hay ອາຍຸການຕໍ່ໄປ ໃຫ້ ທ່ານນາງ Eksiri Pintaruchi ເອກອັກຄະລັດຖະທູດ ໄທ.

(​ແຫຼ່ງຄັດ​ຈາກ VOV)


ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top