ວຽກງານຄົ້ນຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ໃນບໍລິເວນ, ໃນນັ້ນມີສວນສາທາລະນະວັດທະນະທຳ ເລທິຣຽງ, ນະຄອນ ໂຮ່ຈິມິນ ພວມສືບຕໍ່ໄດ້ຮັບການຜັນຂະຫຍຫາຍດ້ວຍຄວາມໜ້າທີ່ຮັບຜິດຊອບສູງ
ແຕ່ວັນທີ 23 ມິຖຸນາ ຫາວັນທີ 31 ຕຸລາ, ບັນດາກຳລັງປະຕິບັດໜ້າທີ່ໄດ້ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 879 ອັດຖິ (ພາບ: VNA)
ພາຍຫຼັງເຄິ່ງເດືອນໄດ້ຜັນຂະຫຍາຍປະຕິບັດໄລຍະທີສອງວຽກງານຄົ້ນຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຕາແສງ ຮວ່າຮຸຶງ, ນະຄອນ ໂຮ່ຈິມິນ, ແຕ່ວັນທີ 15 - 31 ຕຸລາ, ບັນດາກຳລັງປະຕິບັດໜ້າທີ່ໄດ້ຄົ້ນພົບ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 148 ອັດຖິ. ໝານຜົນແມ່ນ, ແຕ່ວັນທີ 23 ມິຖຸນາ ຫາວັນທີ 31 ຕຸລາ, ບັນດາກຳລັງປະຕິບັດໜ້າທີ່ໄດ້ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 879 ອັດຖິ (ມີ 333 ອັດຖິມີວັດຖຸຕິດພ້ອມ) ຢູ່ສວນສາທາລະນະວັດທະນະທຳ ເລທິຣຽງ.
ວຽກງານຄົ້ນຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ໃນບໍລິເວນ, ໃນນັ້ນມີສວນສາທາລະນະວັດທະນະທຳ ເລທິຣຽງ, ນະຄອນ ໂຮ່ຈິມິນ ພວມສືບຕໍ່ໄດ້ຮັບການຜັນຂະຫຍຫາຍດ້ວຍຄວາມໜ້າທີ່ຮັບຜິດຊອບສູງ, ສະແດງໃຫ້ເຫັນເຖິງການຕອບບຸນແທນຄຸນຢ່າງເລິກເຊິ່ງຕໍ່ບັນດາ ນັກຮົບວິລະຊົນຜູ້ທີ່ໄດ້ເສຍສະຫຼະຊີວິດ ເພື່ອພາລະກິດປົດປ່ອນຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.
(ແຫຼ່ງຄັດຈາກ VOV)