ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດ ອາຊຽນ ສືບຕໍ່ແລກປ່ຽນກ່່ຽວກັບການເຄື່ອນໄຫວ ຈະມາເຖິງຂອງ ຄະນະກໍາມະການ ເຊິ່ງລວມມີ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ກຸ່ມບໍລິສັດ Simwave ຂອງບັນດາ ເອກອັກຄະລັດຖະທູດ, ການພົບປະລະຫວ່າງບັນດາເອກອັກຄະລັດຖະທູດ ອາຊຽນ, ບັນດາເອກອັກຄະລັກຖະທູດ ອາຊີ ກັບ ລັດຖະມົນຕີພື້ນຖານໂຄງລ່າງ ໂຮນລັງ ໃນເດືອນ ຕຸລາ 2018, ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບການພົວພັນລະຫວ່າງ EU – ASEAM ກັບກຸ່ມບັນດາປະເທດ EU ຢູ່ໂຮນລັງ ໃນເດືອນພະຈິກ 2018. ໄປຄຽງຄູ່ກັນນັ້ນ,ກອງປະຊຸມກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ເມື່ອສິ້ນສຸດກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ໂງທິຮວ່າ ໄດ້ມອບຕໍາແໜ່ງ ເປັນປະທານຄະນະກໍາມະການອາຊຽນ ຢູ່ La Hay ອາຍຸການຕໍ່ໄປ ໃຫ້ ທ່ານນາງ Eksiri Pintaruchi ເອກອັກຄະລັດຖະທູດ ໄທ.
(ແຫຼ່ງຄັດຈາກ VOV)