• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ເດີນທາງໄປຢ້ຽມຢາມ ສ.ອິນເດຍ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງປະທານາທິບໍດີ ອິນເດຍ Venkaiah Naidu, ວັນທີ 11 ກຸມພາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ໄດ້ເດີນທາງໄປຢ້ຽມຢາມ ສ.ອິນເດຍ ຢ່າງເປັນທາງການ.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ເດີນທາງໄປຢ້ຽມຢາມ ສ.ອິນເດຍ (ພາບ: TTXVN)

ການຢ້ຽມຢາມດຳເນີນໄປໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອິນເດຍ ສືບຕໍ່ພັດທະນາຢ່າງຕັ້ງໜ້າ; ແນໃສ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ; ປັບປຸງການພົວພັນລະຫວ່າງການນຳ 2 ປະເທດ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງ; ແລກປ່ຽນກ່ຽວກັບບາງບັນຫາຢູ່ພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ໃນຂອບເຂດການຢ້ຽມຢາມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ຈະມີການພົບປະເຈລະຈາກັບທ່ານຮອງປະທານາທິບໍດີ ອິນເດຍ Venkaiah Naidu, ພົບປະກັບການນຳຕ່າງໆຂອງ ອິນເດຍ, ເຂົ້າຮ່ວມພິທີເປີດສະຫຼອງຫ້ອງການຂອງວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອິນເດຍ, ເປີດຕົວ 2 ສາຍການບິນໂດຍກົງ Mumbai - ດ່າໜັງ ແລະ Delhi - ດ່າໜັງ ຂອງບໍລິສັດການບິນ VietJet; ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິນເດຍ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top