• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນພົບປະສົນທະນາກັບ ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ

      ຕອນບ່າຍວັນທີ 28 ຕຸລາ, ທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ພົບປະສົນທະນາກັບທ່ານເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດແຫ່ງ ສປປ.ລາວ ເນື່ອງໃນໂອກາດທີ່ຄະນະເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມຢູ່ ລາວຄົບຮອບ 70 ປີ (30/10/1949-30/10/2019). 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນພົບປະສົນທະນາກັບ ທ່ານເລຂາທິການໃຫ່ຍ,
ປະທານປະເທດລາວ (ພາບ: VOV)
      ກ່າວທີ່ການພົບປະສົນທະນາ, ທ່ານນາງຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຢັ້ງຢືນວ່າ: ພາຍຫຼັງ 70 ປີ, ນີ້ແມ່ນກາລະໂອກາດອັນດີທີ່ ຫວຽດນາມ-ລາວໄດ້ຫວນຄືນເຖິງມູນເຊື້ອອັນສະຫງ່າອົງອາດຂອງ ທະຫານອາສາສະໝັກທີ່ໄດ້ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອເອກະລາດ, ເສລີພາບຂອງແຕ່ລະປະເທດ, ເພື່ອຄວາມຜາສຸກຂອງປະຊາຊົນ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ຖືວ່າບັນດານັກຮົບທະຫານອາສາສະໝັກ ກ່ອນນັ້ນ, ປັດຈຸບັນນີ້, ອາຍຸກໍ່ສູງແລ້ວ, ສຸຂະພາບບໍ່ແຂງແຮງປານໃດແຕ່ເຖິງຢ່າງໃດຄວາມຊົງຈຳໃນໄລຍະນັ້ນກໍ່ບໍ່ອາດຫຼົງລືມໃນໃຈຂອງພວກທ່ານໄດ້. ຄວາມຈິງແລ້ວ, ພວກທ່ານແມ່ນບັນດາຜູ້ທີ່ເພີ່ມພູນຄູນສ້າງສາຍພົວພັນໃຫ້ແກ່ ສອງພັກ, ສອງລັດ ແລະ ປະຊາຊົນທັງສອງປະເທດພັດທະນາຢ່າງໝັ້ນຄົງ.
        ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ.ລາວ ມີຄວາມປາດຖະໜາຢາກໃຫ້ ສະພາແຫ່ງຊາດທັງສອງປະເທດພ້ອມກັນແບ່ງປັນບົດຮຽນເພື່ອການເຄື່ອນໄຫວສ້າງກົດໝາຍ ແລະ ຕິດຕາມກວດກາໃຫ້ນັບມື້ນັບດີຂຶ້ນ. ທ່ານສະເໜີໃຫ້ ຫວຽດນາມ-ລາວມີການເຄື່ອນໄຫວຢ່າງແທດຈິງ, ແນໃສ່ການໂຄສະນາເຜີຍແຜ່ໃຫ້ຄົນຮຸ່ນໜຸ່ມເຂົ້າໃຈ, ຮັດແໜ້ນສາຍພົວພັນລະຫວ່າງສອງຊາດກວ່າອີກ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top