• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ Mozambique ເລີ່່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານນາງ Esperanca Laurinda Francisco Nhiuane Bias ໃນຖານະເປັນປະທານສະພາແຫ່ງຊາດ Mozambique ນັບແຕ່ເມື່ອໄດ້ດຳລົງຕຳແໜ່ງໃນເດືອນມັງກອນ 2020

ຕອນບ່າຍວັນທີ 18 ມິຖຸນາ, ຄະນະຜູ້ແທນສະພາແຫ່ງຊາດ ສ. Mozambique ໂດຍທ່ານນາງ Esperanca Laurinda Francisco Nhiuane Bias, ປະທານສະພາແຫ່ງຊາດນຳໜ້າໄດ້ມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 18 – 23 ມິຖຸນາ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.

  ທ່ານ ເລແອັງຕ໋ວນ, ຮອງຫົວໜ້າກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ຕ້ອນຮັບຄະນະຢູ່ສະໜາມບິນສາກົນ ໂນ້ຍບາຍ (ພາບ quochoi.vn)  

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານນາງ Esperanca Laurinda Francisco Nhiuane Bias ໃນຖານະເປັນປະທານສະພາແຫ່ງຊາດ Mozambique ນັບແຕ່ເມື່ອໄດ້ດຳລົງຕຳແໜ່ງໃນເດືອນມັງກອນ 2020 ແລະ ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງປະທານສະພາແຫ່ງຊາດປະເທດນີ້. ການຢ້ຽມຢາມເພື່ອແນໃສ່ປັບປຸງ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃຫ້ດີກ່ວາອີກ, ພ້ອມທັງຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

ແລະກໍ່ໃນຕອນບ່າຍວັນທີ 18 ມິຖຸນາ, ຄະນະຜູ້ແທນສະພາແຫ່ງຊາດ ສ. Mozambique ໄດ້ໄປເຮັດວຽກຢູ່ແຂວງ ກວາງນີງ, ທ່ານ ຫງວຽນ ຊວນ ກີ້, ເລຂາຄະນະພັກແຂວງໄດ້ໃຫ້ການຕ້ອນຮັບຄະນະ.

ທີ່ການຕ້ອນຮັບ, ປະທານສະພາແຫ່ງຊາດ Mozambique ເນັ້ນໜັກວ່າ: ປະຈຸບັນ, Mozambique ແມ່ນປະເທດຢື່ນອັນດັບທີ 11 ໃນຈຳນວນ 72 ປະເທດແລະ ເຂດແຄ້ວນເຊິ່ງ ຫວຽດນາມ ໄດ້ມີການເຄື່ອນໄຫວລົງທຶນ. ທ່ານນາງປະທານສະພາແຫ່ງຊາດ Mozambique  ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ Mozambique  ກັບ ຫວຽດນາມ ເວົ້າລວມ ແລະ ກັບແຂວງ ກວາງນີງ ເວົ້າສະເພາະ, ພິເສດແມ່ນໃນຂົງເຂດກະສິກຳ, ເຕັກໂນໂລຢີຄົມມະນາຄົມໃຫ້ດີກ່ວາອີກ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top