ໃນຂອບເຂດການຢ້ຽມຢາມປະເທດ ສ.ອັງໂກລາ ທາງລັດຖະກິດ ຕາມຄຳເຊີນຂອງທ່ານ João Manuel Gonçalves Lourenço, ປະທານາທິບໍດີ ອັງໂກລາ ແລະ ພັນລະຍາ. ຕອນເຊົ້າວັນທີ 07 ສິງຫາ (ຕາມເວລາທ້ອງຖິ່ນ), ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຖະຫວາຍທູບທຽນຢູ່ອະນຸສາວະລີປະທານ ໂຮ່ຈີມິນ ໃນບໍລິເວນສະຖານທູດ ຫວຽດນາມ ປະຈຳ ອັງໂກລາ, ເພື່ອອາໄລຫາຄຸນງາມຄວາມດີຂອງ ເພີ່ນ ທີ່ມີຕໍ່ພາລະກິດການປະຕິວັດ ຫວຽດນາມ. ຖັດຈາກນັ້ນ, ທ່ານ ເລືອງເກື່ອງ ແລະ ພັນລະຍາ ໄດ້ໄປວາງພວງມາລາຢູ່ອະນຸສາວະລີຢູ່ຖະໜົນ ໂຮ່ຈີມິນ ທີ່ນະຄອນຫຼວງ Luanda.
ຄາດວ່າ, ໃນການຢ້ຽມຢາມນີ້, ທ່ານ ເລືອງເກື່ອງ, ປະທານປະເທດ ຈະດຳເນີນການພົບປະເຈລະຈາຂັ້ນສູງກັບປະທານາທິບໍດີ; ພົບປະກັບປະທານສະພາແຫ່ງຊາດ; ເຮັດວຽກກັບການນຳພັກຂະບວນການປະຊາຊົນປົດປ່ອຍ ອັງໂກລາ; ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັງໂກລາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ພິເສດ, ທ່ານປະທານປະເທດ ຈະມີບົດກ່າວປາໄສສຳຄັນທີ່ສະພາແຫ່ງຊາດ ອັງໂກລາ, ຜ່ານນັ້ນ, ສົ່ງສານກ່ຽວກັບນະໂຍບາຍ ຫວຽດນາມ ປາດຖະໜາຢາກປະກອບສ່ວນຢ່າງໃຫຍ່ຫຼວງກວ່າເຂົ້າໃນພື້ນຖານການເມືອງໂລກ, ເສດຖະກິດທົ່ວໂລກ ແລະ ຄວາມສີວິໄລຂອງມວນມະນຸດ.
ກ່ອນໜ້ານັ້ນ, ວັນ06 ສິງຫາ, ສື່ມວນຊົນ ອັງໂກລາ ໄດ້ພ້ອມກັນລົງຂ່າວກ່ຽວກັບການຢ້ຽມຢາມ ປະເທດ ອັງໂກລາ ທາງລັດຖະກິດ ຂອງທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ. ໜັງສີພິມ ອັງໂກລາ ໄດ້ທົບທວນຄືນຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ອັງໂກລາ ຈຳນວນໜຶ່ງ.