• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ, ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານ

ກອງປະຊຸມໄດ້ຈັດຂຶ້ນແບບທາງໄກກັບ 34 ແຂວງ, ນະຄອນຂຶ້ນກັບສູນກາງ ເພື່ອປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ໃນເດືອນ ກໍລະກົດ ແລະ 7 ເດືອນຂອງປີ 2025.
(ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 07 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານ. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກກັບ 34 ແຂວງ, ນະຄອນຂຶ້ນກັບສູນກາງ ເພື່ອປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ໃນເດືອນ ກໍລະກົດ ແລະ 7 ເດືອນຂອງປີ 2025; ສະພາບການປ່ອຍເງິນລົງທຶນສາທາລະນະ, 3 ໂຄງການເປົ້າໝາຍແຫ່ງຊາດ, ການຮັບມືກັບນະໂຍບາຍພາສີອາກອນຂອງ ອາເມລິກາ…

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ນັບແຕ່ນີ້ຮອດທ້າຍປີແມ່ນເວລາຍັງຫຼາຍແລ້ວ, ແຕ່ມີວຽກງານຫຼາຍ, ຮຽກຮ້ອງຕ້ອງເພີ່ມຄວາມໄວ, ບຸກທະລຸ. ທ່ານສະເໜີໃຫ້ກອງປະຊຸມສຸມໃສ່ປືກສາຫາລືກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງເດືອນ ກໍລະກົດ ແລະ 7 ເດືອນຂອງປີ 2025; ບັນດາໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນໄຕມາດທີ 3 ແລະ ໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ກໍ່ຕີລາຄາສະພາບການ, ຄວາມຄືບໜ້າ, ໝາກຜົນການສັບຊ້ອນກົງຈັກລັດ, ຫົວໜ່ວຍບໍລິຫານ ແລະ ການເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ. ບັນດາມາດຕະການເພື່ອເຮັດໃໝ່ບັນດາກຳລັງໜູນການເຕີບໂຕທີ່ເປັນມູນເຊື້ອ ເພື່ອແນໃສ່ບັນລຸເປົ້າໝາຍການເຕີບໂຕແຕ່ 8,3 – 8,5% ໃນປີ 2025.

        “ນີ້ແມ່ນບັນຫາສຳຄັນ, ນັບທັງສູນກາງ ແລະ ທ້ອງຖິ່ນລ້ວນແຕ່ຕ້ອງກຳແໜ້ນສະພາບການຢ່າງແນວແນ່, ລ້ວນແຕ່ຕ້ອງຍົກອອກມາດຕະການແກ້ໄຂຢ່າງທັນການ, ມີໄຫວພິບ, ມີປະສິດທິຜົນ; ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ, ຂອງວິສາຫະກິດ, ຂອງສັງຄົມຢ່າງສຸດຂີດ ແລະ ກຳລັງແຮງຂອງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ, ກຳລັງແຮງຂອງພູມປັນຍາ, ກຳລັງແຮງຂອງເວລາ ແລະ ຄວາມຕັດສິນໃຈ… ເພື່ອປະຕິບັດບັນດາໜ້າທີ່ ທີ່ອາດຈະເກີດຂຶ້ນໃໝ່, ອາດຈະສັບສົນ ແລະ ນອນຢູ່ນອກການຄາດຄະເນ”.

        ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີກໍ່ສະເໜີການຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ; ເປັນເຈົ້າການ, ມີໄຫວພິບເພື່ອຮັບມືກັບນະໂຍບາຍພາສີອາກອນຂອງ ອາເມລິກາ ໃຫ້ມີປະສິດທິຜົນ; ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບເລື່ອງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນດ້ວຍຕົນເອງ.

(ແຫຼ່ງຄັດຈາກ VOV)

ການສົນທະນາຊາຍແດນ ໄທ - ກຳປູເຈຍ: ໂອກາດເປີດສັນຕິພາບແບບຍືນຍົງ

ການສົນທະນາຊາຍແດນ ໄທ - ກຳປູເຈຍ: ໂອກາດເປີດສັນຕິພາບແບບຍືນຍົງ

ກອງປະຊຸມທີ່ຈັດຂຶ້ນໃນວັນດຽວກັນກໍ່ມີການເຂົ້າຮ່ວມຂອງຜູ້ຕາງໜ້າ 3 ປະເທດແມ່ນ: ອາເມລິກາ, ຈີນ ແລະ ມາເລເຊຍ ດ້ວຍຖານະເປັນປະເທດສັງເກດການ.

Top