• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ມຽນມາ


ທ່ານ ຫວູ​ດຶກ​ດາມ ​ພົບ​ປະ​ກັບ ທ່ານ Henry Van Thio 
(ພາບ: VGP)

      ໃນ​ວັນ​ທີ 31/7, ຢູ່ Yangon, ມຽນ​ມາ, ທ່ານ ຫວູ​ດຶກ​ດາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ Henry Van Thio ຮອງປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ ຢ່າງ​ເປັນ​ທາງ​ການ, ເນື່ອງໃນ​ໂອ​ກາດເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ “4 ປະ​ເທດ - ຈຸດນັດ​ພົບ​ດຽວ”. ທ່ານ ຫວູ​ດຶກ​ດາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ: ຫວຽດ​ນາມ​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບທີ​ເປັນມູນ​ເຊື້ອ ລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ ໃນຫຼາຍກວ່າ 40 ປີ​ຜ່ານ​ມາ ແລະ ຈະ​ຮ່ວມ​ກັນ​ມາ​ນະ​ພະ​ຍາ​ຍາມ ​ນຳ​ເອົາ​ກາ​ນ​ພົວ​ພັນ​ສອງ​ປະ​ເທດ​ ​ໃຫ້ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ, ເຂົ້າ​ສູ່​ລວງ​ເລິກ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ​ຫວູ​ດຶກ​ດາມ ຮອງນາ​ຍົ​ກ​ລັດ​ຖະ​ມົນ​ຕີ ສະ​ເໜີ ມຽນ​ມາ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ, ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຫ​ວຽດ​ນາມ ​ລົງ​ທຶນ, ດຳເນີນ​ທຸ​ລະ​ກິດ ຢູ່ ມຽນ​ມາ, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ທະ​ນາ​ຄານ, ການ​ບິນ, ໂທ​ລະ​ຄົມ, ຊັບ​ພະ​ຍາ​ກອນ​ໂລ​ຫະ, ການ​ທ່ອງ​ທ່ຽວ ແລະ ກະ​ສິ​ກຳ; ສະ​ແດງ​ຄວາມ​ພ້ອມແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ ກັບ​ມຽນ​ມາ ໃນ​ບັນ​ດາ​ຂົງ​ເຂດ​​ທີ່ຫວຽດ​ນາມ ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ ເຊັ່ນ: ປູກ ແລະ ປຸງ​ແຕ່ງ​ຢາງ​ພາ​ລາ, ກາ​ເຟ, ພິກ​ໄທ ສົ່ງ​ອອກ. ທ່ານ Henry Van Thio ຮອງປະ​​ທາ​ນາ​ທິ​ບໍ​ດີມຽນ​ມາ​ ເຊື່ອ​ໝັ້ນ​ວ່າ: ການ​ພົວ​ພັນ​ມິດ​ຕະ​ພາບ​​ຍາວ​ນານ ຫວຽດ​ນາມ-ມຽນ​ມາ​ຈະ​ພັດ​ທະ​ນາ​ຢ່າງ​ໄວ​ວາ ແລະ ນັບ​ມື້​ນັບ​ເປີດກວ້າງ​ໃນ​ທຸກ​ຂົງ​ເຂດ.
        ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ ໃນ​ບັນ​ດາ​ຂົງ​ເຂດ​ນັບ​ແຕ່​​ດ້ານການ​ເມືອງ, ການປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຄ້າ, ການ​ລົງ​ທຶນ, ກະ​ສິ​ກຳ, ການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ການ​ທ່ອງ​ທ່ຽວ, ​ທະ​ນາ​ຄານ, ໂທ​ລະ​ຄົມ…; ໃນ​ນັ້ນ​ມີ​ເລື່ອງ​ຍູ້​ແຮງການແລກ​ປ່ຽນ​ຄະ​ນະຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ ແລະ ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ. ສອງ​ຝ່າຍກໍ່​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ກ່ຽວ​ກັບ​ບັນ​ດາ​ບັນ​ດາ​ພາກ​ພື້ນ ແລະ ສາ​ກົນ ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວ​ມກັນ; ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ​້ນ ໃນ​ຂອບ​ເຂດ​ອາ​ຊຽນ ແລະ ຢູ່​ບັນ​ດາ​ເວ​ທີປາ​ໄສ​ພາກ​ພື້ນ ແລະ ສາ​ກົນ, ຍົກ​ສູງ​ຄວາມ​ສາ​ມັກ​ຄີ​ໃນອາ​ຊຽນ, ຮັກ​ສາ​ບົດ​ບາດ​ສູນ​ກາງ​ຂອງ​ອາຊຽນ, ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ.
        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ຫວູ​ດຶກ​ດາມ ຮອງ​ນາ​ຍົກ​ລັດ​ຖະ​ທົນ​ຕີ ພ້ອມ​ດ້ວຍ ທ່ານ Henry Van Thio ຮອງປະ​ທາ​ນາ​ທິ​ບໍ​ດີມຽນ​ມາ ໄດ້​ເຂົ້າ​ຮ່ວມພິ​ທີ​ເປີດ​ສະຫຼອງ​ສາ​ຂາ​ທະ​ນາ​ຄານ​ລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ (BIDV) ແລະ ພິ​ທີ​ເປີດ​ສະຫຼອງ ໂຮງ​ແຮມ Melia-Hoang Anh Gia Lai ຢູ່ ​ນະ​ຄອນຫຼວງ Yangon. ທ່ານ ຫວູ​ດຶກ​ດາມ ຮອງ​ນາ​ຍົກ​ລັດ​ຖະ​ທົນ​ຕີ ກໍ່ໄດ້​ໃຫ້​ການ​ຕ້ອ​ນ​ຮັບ ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່ ​ຂອງ​ຫວຽດ​ນາມ ທີ່ພວມ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ມຽນ​ມາ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top