• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11

ຕອນບ່າຍວັນທີ 05 ມັງກອນ, ທີ່ນະຄອນຫລວງ ວຽງຈັນ, ປະເທດລາວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວອັດລົງດ້ວຍຜົນສຳເລັດຢ່າງຈົບງາມ.
ທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11 (ພາບ: Vientiane Times)

ກອງປະຊຸມໃຫຍ່ໄດ້ເປັນເອກະພາບຮັບຮອງເອົາ ເອກະສານສຳຄັນສະບັບຕ່າງໆ, ມີຄວາມໝາຍຍຸດທະສາດ, ຍາວນານສຳລັບການພັດທະນາຂອງປະເທດ ສປປ.ລາວ ເຊິ່ງລວມມີ: ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 10; ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ໄລຍະ 2021 – 2025; ກົດລະບຽບສະບັບປັບປຸງຂອງພັກປະຊາຊົນປະຕິວັດລາວ; ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ.

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຸດທີ 11 ລວມມີກຳມະການສົມບູນ 71 ສະຫາຍ ແລະ ກຳມະການສຳຮອງ 10 ສະຫາຍ. ທີ່ກອງປະຊຸມຄັ້ງປະຖົມມະລຶກ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11 ໄດ້ເລືອກຕັ້ງສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11.

        ກ່າວຄຳເຫັນທີ່ວາລະອັດກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ຄົນໃໝ່ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ບັນດາກຳມະການສູນກາງພັກຊຸດທີ 11 ຍົກສູງຄວາມຮັບຜິດຊອບດ້ານການເມືອງ, ເປັນແບບຢ່າງໃນການປະຕິບັດໜ້າທີ່ຄືການເຄື່ອນໄຫວດຳເນີນຊີວິດ, ຝຶກຝົນຫຼໍ່ຫຼອມ, ມີສະຕິຕື່ນຕົວດ້ານການເມືອງ; ພ້ອມກັນປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ ເຊິ່ງກອງປະຊຸມໃຫຍ່ວາງອອກ ແລະ ຂົນຂວາຍມະຫາຊົນຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ຕໍ່ເນື່ອງຂອງຂະບວນການດັ່ງກ່າວ ເພື່ອສຸມໃສ່ ພາລະກິດພັດທະນາປະເທດຊາດໃຫ້ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ - ມິດ​ຕະ​ພາບ - ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”, ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026 ຈະ​ດຳ​ເນີນ​ແຕ່​ວັນ​ທີ 10 – 13 ທັນ​ວາ, ຢູ່​ສະ​ໜາມ​ບິນ​ຢາ​ເລິມ ຮ່າ​ໂນ້ຍ.

Top