• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ງໄຫຫີນ - ມໍລະດົກໂລກ ໄດ້ຮັບການຊ່ວຍເຫຼືອອະນຸລັກຮັກສາຈາກ ອາເມລິກາ ດ້ວຍຈຳນວນເງິນເກືອບ 130.000 USD

      ກອງທຶນອະນຸລັກຮັກສາວັດທະນະທຳຂອງ ສະຖານທູດ ອາເມລິກາ (AFCP) ຫາກໍອະນຸມັດຜ່ານບ້ວງເງິນອຸປະຖຳມີມູນຄ່າ 129.000 USD ເພື່ອຊ່ວຍເຫຼືອ ລາວ ໃນການອະນຸລັກຮັກສາ ທົ່ງໄຫຫີນ - ມໍລະດົກໂລກ. 
ທົ່ງໄຫຫີນ - ມໍລະດົກໂລກ
       ບ້ວງເງິນອຸປະຖຳດັ່ງກ່າວໄດ້ນຳໃຊ້ເຂົ້າໃນການສ້າງພື້ນຖານຂໍ້ມູນ; ສ້າງລະບົບຄຸ້ມຄອງກ່ຽວກັບບັນຊີລາຍຊື່ໄຫຫີນ; ປັບປຸງ, ຍົກສູງກຳລັງຄວາມສາມາດຄຸ້ມຄອງໃນວຽກງານອະນຸລັກຮັກສາໃຫ້ແກ່ພະນັກງານ, ພາລະກອນຂອງລາວ.
        ທົ່ງໄຫຫີນ ແມ່ນມໍລະດົກແຫ່ງທີ 3 ຂອງ ລາວ ທີ່ໄດ້ຮັບການຮັບຮອງເປັນມໍລະດົກໂລກຈາກອົງການ UNESCO ເມື່ອປີ 2019 ຖັດຈາກ ເມືອງຫຼວງພະບາງ ແລະ ວັດພູ ຈຳປາສັກ. ລະບົບໄຫຫີນຢູ່ທົ່ງໄຫຫີນມີອາຍຸກວ່າ 2.000 ປິ. ນັບແຕ່ປີ 2001, ອາເມລິກາ ໄດ້ຊ່ວຍເຫຼືອເງິນຈຳນວນກວ່າ 1 ລ້ານ USD ເພື່ອຊ່ວຍ ລາວ ອະນຸລັກຮັກສາມໍລະດົກວັດທະນະທຳ, ບູລະນະປະຕິສັງຂອນວັດວາອາຮາມທີ່ສັກສິດ ຕະຫຼອດຮອດການອະນຸລັກຮັກສາ, ຮ່ອງຮອຍວັດຖຸບູຮານ, ວັດຖຸບູຮານຄະດີ, ເອກະສານວັດທະນະທຳ ແລະ ຫໍພິພິທະພັນ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top