ຕົວເລກຫຼ້າສຸດຂອງກົມການລົງທຶນຕ່າງປະເທດ (ກະຊວງການເງິນ ຫວຽດນາມ) ປະກາດໃຫ້ຮູ້ວ່າ ໄລ່ຮອດວັນທີ 30 ເມສາ, ຍອດເງິນລົງທຶນຈົດທະບຽນເຂົ້າ ຫວຽດນາມ ບັນລຸກວ່າ 13,8 ຕື້ USD, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຈຳນວນໂຄງການລົງທຶນໃໝ່, ຈຳນວນໂຄງການດັດປັບທຶນ ແລະ ຈຳນວນການແລກປ່ຽນຮ່ວມທຶນ, ຊື້ຫຸ້ນສ່ວນລ້ວນແຕ່ເພີ່ມຂຶ້ນ ເຊິ່ງເປັນການຊີ້ໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນຕ່າງປະເທດທີ່ມີຕໍ່ສະພາບແວດລ້ອມແຫ່ງການລົງທຶນຢູ່ພາຍໃນປະເທດສືບຕໍ່ໄດ້ຮັບການປັບປຸງ.
ປະຈຸບັນ, ມີ 81 ປະເທດ ແລະ ເຂດແຄ້ວນມີການລົງທຶນຢູ່ ຫວຽດນາມ ໃນ 4 ເດືອນຕົ້ນປີ 2025; ໃນນັ້ນ, ສິງກະໂປ ໄດ້ນຳໜ້າດ້ວຍຍອດເງິນລົງທຶນກວ່າ 3,2 ຕື້ USD; ຖັດຈາກນັ້ນແມ່ນ ສ.ເກົາຫຼີ, ຈີນ, ຍີ່ປຸ່ນ, ຮົ່ງກົງ (ຈີນ)… ຕາມລຳດັບ. ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນຢູ່ 18/21 ຂະແໜງ, ຢູ່ 51 ແຂວງ, ນະຄອນໃນທົ່ວປະເທດ. ບັກນິງ ແມ່ນທ້ອງຖິ່ນນຳໜ້າ, ຖັດຈາກນັ້ນແມ່ນ ດົ່ງນາຍ, ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ບ່າເຣີຍ - ວູງເຕົ່າ, ຮ່ານາມ… ຕາມລຳດັບ.