ຊາວໜຸ່ມ, ລຸ້ນໜຸ່ມ 2 ປະເທດສາມາດມີຄວາມເອກອ້າງທະນົງໃຈ ແລະ ເຄົາລົບການພົວພັນ ຫວຽດນາມ - ຈີນ ໄດ້ຢ່າງສິ້ນເຊີງ, ໂດຍປະທານ ໂຮ່ຈີມິນ ແລະ ປະທານ ເໝົາເຈີຕຸງ ພ້ອມກັບຄົນລຸ້ນກ່ອນຂອງ 2 ປະເທດສ້າງຕັ້ງຂຶ້ນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການພົບປະ
ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ຈີນ, ຕອນທ່ຽງວັນທີ 15 ເມສາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈິ້ນຜິ້ງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການພົບປະກັບຊາວໜຸ່ມ ຈີນ - ຫວຽດນາມ ທີ່ເຂົ້າຮ່ວມລາຍການ “ການເດີນທາງສີແດງຄົ້ນຄວ້າຮ່ຳຮຽນ”.
ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ຊາວໜຸ່ມ, ລຸ້ນໜຸ່ມ 2 ປະເທດສາມາດມີຄວາມເອກອ້າງທະນົງໃຈ ແລະ ເຄົາລົບການພົວພັນ ຫວຽດນາມ - ຈີນ ໄດ້ຢ່າງສິ້ນເຊີງ, ໂດຍປະທານ ໂຮ່ຈີມິນ ແລະ ປະທານ ເໝົາເຈີຕຸງ ພ້ອມກັບຄົນລຸ້ນກ່ອນຂອງ 2 ປະເທດສ້າງຕັ້ງຂຶ້ນ; ພ້ອມກັນນັ້ນທ່ານກໍ່ສະເໜີວ່າ:
“ຂ້າພະເຈົ້າສະເໜີໃຫ້ບັນດາອົງການ, ໝູ່ຄະນະ 2 ປະເທດຕິດພັນກັບຄວາມຮັບຮູ້ລວມຂັ້ນສູງ, ເພີ່ມທະວີການປ່ຽນແປງໃໝ່ວຽກງານໂຄສະນາ, ສຶກສາໃຫ້ລຸ້ນໜຸ່ມກ່ຽວກັບນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ, 2 ລັດ; ຍົກສູງຄຸນນະພາບການພົບປະແລກປ່ຽນຊາວໜຸ່ມ; ສືບຕໍ່ຜັນຂະຫຍາຍລາຍການ “ການເດີນທາງສີແດງ” ເພື່ອໃຫ້ຊາວໜຸ່ມ, ເຍົາວະຊົນ 2 ປະເທດມີຄວາມເຂົ້າໃຈກວ່າກ່ຽວກັບປະຫວັດສາດການປະຕິວັດອັນສະຫງ່າລາສີ, ຈິດໃຈສາກົນກອມມູນິດທີ່ໂປ່ງໃສ, ໜູນຊ່ວຍເຊິ່ງກັນແລະກັນລະຫວ່າງ 2 ພັກ, 2 ລັດ”.
(ແຫຼ່ງຄັດຈາກ VOV)