• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຳນຽບຂາວປະກາດລາຍລະອຽດກ່ຽວກັບແຜນການປະຕິບັດງານຢູ່ ອາຊີ ຂອງທ່ານປະທານາທິບໍດີ ອາເມລິກາ D.Trump

      ການນຳ ອາເມລິກາ ແລະ ພັນລະຍາ ທ່ານນາງ Melania Trump ຈະໄປຮອດຮ່າໂນ້ຍ ພາຍຫຼັງເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ດ່ານັ້ງ 

ທ່ານ ຫງວຽນຊວນຟຸກ ແລະ ທ່ານ Donald Trump ໃນການພົບປະຢູ່ ວໍຊີງຕັນ
(ພາບ:  Reuters)
      ວັນທີ 16 ຕຸລາ, ທຳນຽບຂາວ ໄດ້ປະກາດແຜນການອັບເດັດກ່ຽວກັບການປະຕິບັດງານຢູ່ ອາຊີ ໃນໄລຍະຈະມາເຖິງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ໃນນັ້ນ ໃຫ້ຮູ້ວ່າ: ການນຳ ອາເມລິກາ ແລະ ພັນລະຍາ ທ່ານນາງ Melania Trump ຈະໄປຮອດຮ່າໂນ້ຍ ພາຍຫຼັງເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ດ່ານັ້ງ ໃນເດືອນພະຈິກຈະມາເຖິງ. ແຜນການຂອງທ່ານປະທານາທິບໍດີ Trump ຈະຢ້ຽມຢາມ ຍີ່ປຸ່ນ, ສ. ເກົາຫຼີ, ຈີນ, ຫວຽດນາມ, ຟີລິບປິນ ແລະ Hawaii (ປະເທດ ອາເມລິກາ) ແຕ່ວັນທີ 3 – 14 ພະຈິກ ຈະມາເຖິງ. ການຢ້ຽມຢາມເພື່ອແນໃສ່ເນັ້ນໜັກຄຳໝັ້ນສັນຍາຂອງທ່ານປະທານາທິບໍດີ ທີ່ມີຕໍ່ບັນດາການພົວພັນພັນທະມິດ ແລະ ຄູ່ຮ່ວມມືຍາວນານຂອງ ອາເມລິກາ, ພ້ອມທັງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ ແລະ ເປີດອົກເປີດໃຈ.
        ວັນທີ 10  ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະມາຮອດ ດ່ານັ້ງ (ຫວຽດນາມ) ເຂົ້າຮ່ວມກອງປະຊຸມສຸດຍອດ APEC ແລະ ມີບົດກ່າວປາໄສທີ່ກອງປະຊຸມບັນດາຜູ້ອຳນວຍການໃຫຍ່ວິສາຫະກິດຂອງ APEC. ພາຍຫຼັງເດີນທາງອອກຈາກດ່ານັ້ງ, ທ່ານ Trump ຈະໄປຍັງ ຮ່າໂນ້ຍ ໃນວັນທີ 11 ພະຈິກ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top