ຂ່າວສານ
ຖະແຫຼງຂ່າວສື່ມວນຊົນຮ່ວມກ່ຽວກັບການຢ້ຽມຢາມ ສະຫະພາບ ເອີລົບ ຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
ວັນທີ 22 ຕຸລາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ໄດ້ໄປຢ້ຽມຢາມສະຫະພາບ ເອີລົບ (EU) ຢ່າງເປັນທາງການ, ພົບປະເຈລະຈາກັບ ທ່ານ António Costa ປະທານສະພາເອີລົບ ແລະ ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ (EC) ກ່ຽວກັບການພົວພັນສອງຝ່າຍ, ຄວາມໝັ້ນຄົງພາກພື້ນ ແລະ ບັນດາສິ່ງທ້າທາຍທົ່ວໂລກ.
ຫວຽດນາມ ແລະ EU ຢັ້ງຢືນຄວາມສຳຄັນໃນການເພີ່ມທະວີຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນການພົວພັນຄູ່ຮ່ວມມືເປັນຫຼາຍຮູບແບບ, ຊຸກຍູ້ຄວາມສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ໃນນັ້ນ ມີການຜັນຂະຫຍາຍຍຸດທະສາດການຮ່ວມມືຂອງ EU ຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ສອງຝ່າຍຊົມເຊີຍທ່າພັດທະນາອັນຕັ້ງໜ້າຂອງການພົວພັນ ຫວຽດນາມ - EU, ພິເສດແມ່ນນັບແຕ່ເວລາສອງຝ່າຍຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນມັງກອນ 2026.
ການນຳສອງຝ່າຍໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າອີກ, ໃນນັ້ນ ມີການຊຸກຍູ້ການລົງທຶນໃນຂອບເຂດຂໍ້ລິເລີ່ມ ປະຕູທົ່ວໂລກ (Global Gateway) ແລະ ການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານໃຫ້ມີຍຸຕິທຳ (JETP).






