• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ແຫຼງ​ການ​ຮ່ວມ​ ຫວຽດ​ນາມ - ມ​າ​ເລ​ເຊ​ຍ

ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ Mahathir Mohamad ນາຍົກລັດຖະມົນຕີ ມາເລເຊຍ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ວັນທີ 28 ສິງຫາ, ສອງປະເທດໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ມາເລເຊຍ.

ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad  ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ  (ພາບ:dangcongsan.vn)

ຖະແຫຼງການຮ່ວມໄດ້ຊີ້ແຈ້ງວ່າ ທີ່ການເຈລະຈາລະຫວ່າງທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Mahathir Mohamad, ການນຳສອງທ່ານໄດ້ແລກປ່ຽນກ່ຽວກັບບັນດາບັນຫາສອງຝ່າຍ, ໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ການເມືອງ, ເສດຖະກິດ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ກົດໝາຍ… ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ບັນດາອົງການສັງຄົມ ແລະ ອົງການບໍ່ຂຶ້ນກັບລັດຖະບານສອງປະເທດ, ເປັນຕົ້ນແມ່ນບັນດາສະມາຄົມມິດຕະພາບ ແລະ ວິສາຫະກິດ, ເພີ່ມທະວີການພົວພັນແລກປ່ຽນ ແລະ ສົມທົບກັນ, ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດເສດຖະກິດ, ການທ່ອງທ່ຽວ, ວັດທະນະທຳ…, ສົ່ງເສີມບັນດາທ້ອງຖິ່ນສອງປະເທດສືບຕໍ່ຍູ້ແຮງການຮ່ວມມືຜ່ານບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແບ່ງປັນບົດຮຽນ, ປະສົບການໃນການຄຸ້ມຄອງ, ພິເສດໃນບັນດາຂົງເຂດຄືການວາງແຜນຜັງເມືອງ, ພື້ນຖານໂຄງລ່າງ, ເລີ່ມຕົ້ນທຸລະກິດ ປະດິດສ້າງ.

        ສອງຝ່າຍກໍ່ສະແດງຄວາມເພິ່ງພໍໃຈກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດອັນດີງາມລະຫວ່າງ ສອງປະເທດເຊິ່ງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງບົນພື້ນຖານທີ່ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ການຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງໃນທຸກໆຂົງເຂດ.

ແລະກໍ່ໃນວັນດຽວກັນ, ທ່ານ Mahathir Mohamad ນາຍົກລັດຖະມົນຕີ ມາເລເຊຍ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມກັບການນຳ, ພະນັກງານ, ພາລະກອນຂອງກຸ່ມບໍລິສັດ FPT ຢູ່ເຂດເຕັກໂນໂລຢີສູງ ຮ່ວາລາກ ໂດຍມີການເຂົ້າຮ່ວມຂອງການນຳກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງການຕ່າງປະເທດ, ກະຊວງສຶກສາ ແລະ ບຳລຸງສ້າງ ແລະ 100 ຄົນເຊິ່ງເປັນນັກສຶກສາ, ພະນັກງານ, ພາລະກອນ, ການນຳກຸ່ມບໍລິສັດ FPT.

ທີ່ການໂອ້ລົມ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ: ລັດຖະບານມາເລເຊຍ ພວມຊຸກຍູ້ວິວັດການຫັນເປັນດີຈີຕອນຢ່າງແຮງດ້ວຍ 4 ເສົ້າຄ້ຳຕົ້ນຕໍຄື ອຸດສາຫະກຳ 4.0, ການທ່ອງທ່ຽວອັດສະລິຍະ, ການສຶກສາອັດສະລິຍະ ແລະ ນະຄອນທີ່ມີຄວາມປອດໄພ,ພ້ອມທັງ ແລກປ່ຽນ ແລະ ແບ່ງປັນແລະໃຫ້ຄຳຕອບຕໍ່ບັນດາຄຳຖາມຂອງນັກສຶກສາ ມະຫາວິທະຍາໄລ FPT ທີ່ກ່ຽວຂ້ອງເຖິງບົດຮຽນ, ປະສົບການໃນການຫັນເປັນດີຈີຕອນຂອງ ມາເລເຊຍ, ແຫຼ່ງຊັບພະຍາກອນມະນຸດ 4.0,  ຄວາມສຳຄັນຂອງເຕັກໂນໂລຢີດ້ານພູມປັນຍາທຽມ (AI) ໃນວິວັດການເຫັນເປັນດີຈີຕອນ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top