• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຮ່ວມອາເມລິກາ-ສປປ.ເກົາຫີຼເຫັນດີສ້າງຕັ້ງການພົວພັນ 2 ຝ່າຍແບບໃໝ່

      ວັນທີ 12 ມິຖຸນາ, ຖະແຫຼງການຮ່ວມລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ເຊິ່ງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ລົງນາມ ພາຍຫຼັງການພົບປະຄັ້ງປະຫວັດສາດຢູ່ສິງກະໂປ.

ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un
(ພາບ: Getty)
      ຖະແຫຼງການຮ່ວມຢືນຢັນວ່າ, ການນຳ 2 ທ່ານໄດ້ມີການເຈລະຈາຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະ ຈິງໃຈ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການສ້າງຕັ້ງການພົວພັນແບບໃໝ່ລະຫວ່າງ 2 ປະເທດ ແລະ ສ້າງກົນໄກສັນຕິພາບຢ່າງຍາວນານ ແລະ ສະຖຽນລະພາບໃນແຫຼມເກົາຫຼີ.
      ການນຳ 2 ປະເທດ ໃຫ້ຄຳໝັ້ນສັນຍາສ້າງຕັ້ງການພົວພັນອາເມລິກາ - ສປປ.ເກົາຫຼີ ແບບໃໝ່ ໂດຍອີງຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ. ການນຳ 2 ທ່ານໃຫ້ຄຳໝັ້ນສັນຍາຊອກຫາ ແລະ ມອບສົ່ງອັດຖິຂອງທະຫານຜ່ານເສິກ (POW) ແລະ ຫາຍສາບສູນໃນສົງຄາມ (MIA ແລະ ຢືນຢັນຄືນໃໝ່ຖະແຫຼງການ Panmunjom ເມື່ອວັນທີ 27 ເມສາ 2018, ສປປ.ເກົາຫຼີໃຫ້ຄຳໝັ້ນສັນຍາມຸ່ງໄປເຖິງການປອດນິວເຄຼຍຢ່າງສິ້ນເຊິງໃນແຫຼມເກົາຫຼີ.
      ໃນຖະແຫຼງການຮ່ວມຂອງ 2 ປະເທດ, ການນຳ 2 ປະເທດ ໃຫ້ຄຳໝັ້ນສັນຍາຮ່ວມມືເພື່ອການພັດທະນາຂອງການພົວພັນໃໝ່ລະຫວ່າງອາເມລິກາ - ສປປ.ເກົາຫຼີ ແລະ ເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top