• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະຫນົນດອກໄມ້ ຫງວຽນເຫ້ວ ເປີດຕົວຕ້ອນຮັບຊາວຫວຽດນາມ ແລະຊາວຕ່າງປະເທດ ມາທ່ຽວຊົມໃນໂອກາດບຸນເຕັດ

ຕອນຄ່ຳວັນທີ 2 ກຸມພາ, ຖະຫນົນ ດອກໄມ້ ຫງວຽນເຫ້ວ ນະຄອນ ໂຮ່ຈິມີນ ໄດ້ເປີດຕົວຢ່າງເປັນທາງການ ເພື່ອຮັບໃຊ້ ປະຊາຊົນຢູ່ພາຍໃນ ແລະຕ່າງປະເທດ ມາທ່ຽວຊົມໃນໂອກາດບຸນເຕັດວຽນມາ. 
ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂ.


ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂຖະຫນົນດອກໄມ້ ຫງວຽນເຫ້ວ

ຖະຫນົນດອກໄມ້ ປີນີ້ ມີລວງຍາວ 720 ແມັດ ດ້ວຍຫົວຂໍ້ “ນະຄອນ ໂຮ່ຈິມີນ - ໝັ້ນໃຈເດີນໄກກວ່າ”. ສິ່ງພິເສດຂອງຖະຫນົນດອກໄມ້ປີນີ້ ແມ່ນການປະກົດຕົວຂອງ ໝູ 6 ໂຕເຮັດດ້ວຍດິນ ແລະ ຖືກຕັ້ງຢູ່ 6 ບ່ອນລຽມຕາມເສັ້ນທາງ. ບັນດາໂຕໝູດັ່ງກ່າວສົ່ງສານເຖິງນັກທ່ອງທ່ຽວ “ບຸນເຕັດເຮັດສິ່ງທີ່ດີງາມ, ຮ່ວມແຮງຮ່ວມໃຈປະກອບສ່ວນຊ່ວຍເຫລືອນັກຮຽນທຸກຍາກ ນະຄອນ ໂຮ່ຈິມີນ”,  ຮຽກຮ້ອງການປະກອບສ່ວນຂອງບັນດາຜູ້ໃຈບຸນໃຈກຸສົນເພື່ອນຳມາເຊິ່ງບັນດາທຶນການສຶກສາ ແລະ ຂອງຂວັນໃຫ້ເດັກນ້ອຍທຸກຍາກ. ທ່ານ ເວືອງແອງຕວນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ Saigon Tourist ຫົວຫນ້າຄະນະຈັດຕັ້ງຖະຫນົນ ດອກໄມ້ ຫງວຽນເຫ້ວ ແລະ ງານບຸນເຕັດປີກຸນ 2019 ໃຫ້ຮູ້ວ່າ:

ຖະຫນົນດອກໄມ້ປີນີ້ ພວກຂ້າພະເຈົ້າໄດ້ຈັດແບ່ງເປັນ 3 ຕອນ ແລະ ສຸມໃສ່ໃນຕອນທີ່ມີຫົວຂໍ້ວ່າ “ນະຄອນ ອັດສະລິຍະ” ດ້ວຍການອອກແບບທີ່ໃຫມ່ອ່ຽມ. ປີນີ້ ພວກເຮົາສະເຫລີມສະຫລອງ 60 ປີແຫ່ງຖະຫນົນດອກໄມ້ຢູ່ ຖະຫນົນ ຫງວຽນເຫ້ວ ສະນັ້ນ ພວກຂ້າພະເຈົ້າເລືອກເອົາ ໝູ 6 ໂຕ, ແຕ່ລະໂຕ ມີສີສັນສະເພາະ ເພື່ອຮຽກຮ້ອງການປະກອບສ່ວນຊ່ວຍເຫລືອນັກຮຽນທຸກຍາກ ແລະ ຕອບສະຫນອງບັນດາການເຄືື່ອນໄຫວຂອງຊາວຫນຸ່ມ”

ນີ້ເປັນປີທີ 16 ລຽນຕິດ ຖະຫນົນດອກໄມ້ ຫງວຽນເຫ້ວ ໄດ້ຮັບການຈັດຕັ້ງຂຶ້ນ ເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວມາທ່ຽວຊົມໃນໂອກາດບຸນເຕັດ ຢູ່ ນະຄອນໂຮ່ຈິມີນ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ສ້າງ​ລັດ​ຖະ​ບານ​ທັນ​ສະ​ໄໝ, ສ້າງ​ສາ ແລະ ຮັບ​ໃຊ້​ປະ​ຊາ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ສ້າງ​ລັດ​ຖະ​ບານ​ທັນ​ສະ​ໄໝ, ສ້າງ​ສາ ແລະ ຮັບ​ໃຊ້​ປະ​ຊາ​ຊົນ

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຮັບ​ຮອງ​ເອົາ​ມະ​ຕິ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2026 – 2031 ສຳ​ລັບ​ທ່ານ​ເລ​ມິ​ຮຶງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI.

Top