ຂ່າວສານ
ຕໍ່ກຳນົດເວລາຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ລີບັງ ຕື່ມອີກເວລາ 3 ອາທິດ
ວັນທີ 23 ເມສາ, ໃນສື່ສັງຄົມ Truth Social, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ: ຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ລີບັງ ຈະຖືກຕໍ່ກຳນົດເວລາຕື່ມອີກ 3 ອາທິດ. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາ ພາຍຫຼັງການປະຊຸມທີີ່ມີການເຂົ້າຮ່ວມຂອງທ່ານ JD Vance, ຮອງປະທານາທິບໍດີ, ລັດຖະມົນຕີການຕ່າງປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ລີບັງ ແລະ ອິດສະຣາແອັນ ປະຈຳ ອາເມລິກາ. ຕາມການນຳ ອາເມລິກາ ແລ້ວ, ການພົບປະໄດ້ດຳເນີນໄປ “ເປັນຢ່າງດີທີ່ສຸດ” ແລະ ອາເມລິກາ ຈະສົມທົບກັບ ລີບັງ ເພື່ອແນໃສ່ຊ່ວຍໃຫ້ປະເທດນີ້ ປົກປ້ອງເອງຕໍ່ກຳລັງ ເຮັກໂບລາ.
ທ່ານປະທານາທິບໍດີ ອາເມລິກາ ຍັງສະແດງຄວາມປາດຖະໜາຢາກຕ້ອນຮັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ແລະ ທ່ານ Joseph Aoun, ປະທານາທິບໍດີ ລີບັງ ພ້ອມທັງພັນລະນາວ່າ ນີ້ຈະແມ່ນການພົບປະມີລັກສະນະປະຫວັດສາດ. ທ່ານ Donald Trump ຢືນຢັນວ່າ ຄວາມສາມາດບັນລຸໄດ້ສັນຕິພາບລະຫວ່າງສອງປະເທດແມ່ນສູງທີ່ສຸດ ແລະ ນັ້ນກໍ່ບໍ່ແມ່ນສິ່ງທີ່ຍາກປານໃດ.








