• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອນ​ຮັບ​ລະ​ດູ​ແລ້ງ​ຮ​ະ​ລອງ - ກ​ວ໋າງ​ນິງ 2020

ຕອນຄ່ຳວັນທີ 16 ພຶດສະພາ, ຢູ່ສູນກອງປະຊຸມສາກົນ, ແຂວງກວ໋າງນິງ ໄດ້ດຳເນີນລາຍການສະແດງສິລະປະ “ຕ້ອນຮັບລະດູແລ້ງຮະລອງ - ກວາງນິງ 2020”. 

ລາຍການສະແດງສິລະປະ “ຕ້ອນຮັບລະດູແລ້ງຮະລອງ - ກວາງນິງ 2020” 

ລາຍການແມ່ນການເຄື່ອນໄຫວສຳຄັນເປີດສາກໃຫ້ແກ່ການກະຕຸກຊຸກຍູ້ການທ່ອງທ່ຽວ ກວາງນິງ ໃນເງື່ອນໄຂໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມໄດ້ໂດຍພື້ນຖານ. ລາຍການມີເນຶ້ື້ອໃນສະແດງສິລະປະທີ່ເປັນເອກະລັກສະເພາະຫຼາຍຢ່າງ, ໂດຍສະເພາະແມ່ນບັນດາບົດເພງກ່ຽວກັບປະທານໂຮ່ຈີມິນ, ກ່ຽວກັບຄວາມສວຍງາມຂອງທັດສະນີຍະພາບອ່າວ ຮະລອງ ແລະ ຄວາມຮັກແພງແຂກຄົນຂອງປະຊາຊົນຢູ່ທີ່ນີ້. ລາຍການດັ່ງກ່າວໄດ້ຈັດຂຶ້ນດ້ວຍຄວາມຫວັງຢາກສ້າງບັນຍາກາດອັນຟົດຟື້ນ, ຢັ້ງຢືນຄວາມພ້ອມໃນການຕ້ອນຮັບນັກທ່ອງທ່ຽວຂອງແຂວງ ກວ໋າງນິງ. ພາຍຫຼັງສິ້ນສຸດລາຍການນີ້, ຈະມີກວ່າ 70 ເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈະໄດ້ຈັດຂຶ້ນຢູ່ທ້ອງຖິ່ນຕ່າງໆ ນັບແຕ່ນີ້ຈົນຮອດທ້າຍປີ 2020, ໃນນັ້ນມີບັນດາງານບຸນວັດທະນະທຳພື້ນເມືອງ, ເຊິ່ງເຄີຍແມ່ນທ່າແຮງສະເພາະຂອງແຂວງກວ໋າງນິງ.
 (ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top