• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕີ​ມໍ​ແລັດ​ສະ​ເຕ ແລະ ວິ​ໄສ​ທັດ ອາ​ຊຽນ 2045

ພາຍຫຼັງເຂົ້າເປັນສະມາຊິກທາງການຂອງ ອາຊຽນເປັນເວລາ 3 ເດືອນ, ຕີມໍແລັດສະເຕ ໄດ້ເຂົ້າຮ່ວມບັນດາກົນໄກຮ່ວມມືຂອງ ອາຊຽນ ຢ່າງເລິກເຊິ່ງເທື່ອລະກ້າວ. ປະເທດນີ້ ໄດ້ຕັ້ງໜ້າສົມທົບ ພ້ອມກັບບັນດາປະເທດ ສະມາຊິກເພື່ອແນໃສ່ຜັນຂະຫຍາຍບັນດາບຸລິມະສິດໃນວິໄສທັດປະຊາຄົມ ອາຊຽນ 2045, ພິເສດແມ່ນບັນດາຂົງເຂດເສດຖະກິດດີຈີຕອນ, ການພັດທະນາແບບຍືນຍົງ ແລະ ຮັດແຄບຊ່ອງຫວ່າງພັດທະນາ. ບັນດາບາດກ້າວທຳອິດະແດງໃຫ້ເຫັນຄວາມຕັດສິນໃຈເຊື່ອມໂຍງຢ່າງຮອບດ້ານ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບ ເພື່ອຄວາມສະໜິດຕິດພັນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພາກພື້ນ. ນີ້ແມ່ນການຕີລາຄາຂອງນັກຂ່າວ ຟ້າມຮ່າ - ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອິນໂດເນເຊຍ, ຮັບຜິດຊອບຕິດຕາມສະພາບການຢູ່ພາກພື້ນ ອາຊຽນ, ຕໍ່ໄປແມ່ນການຕີລາຂອງນັກຂນາວ ຟ້າມຮ່າ ກ່ຽວກັບບັນຫານີ້.
  ພາບປະກອບ: baoquocte.vn  

ຕີລາຄາກ່ຽວກັບປະເທດ ຕີມໍແລັດສະເຕດ້ວຍບັນດາຄວາມມານະພະຍາຍາມກາຍເປັນສະມາຊິກທີ 11 ຂອງອາຊຽນ, ນັກຂ່າວ ຟ້າມຮ່າ ໃຫ້ຮູ້ວ່າ: ອາດເວົ້າໄດ້ວ່າ ນັບແຕ່ເວລາຍາດໄດ້ເອກະລາດເມື່ອປີ 2002, ຕີມໍແລັດສະເຕ ໄດ້ຖືວ່າ ຖານະສະມາຊິກອາຊຽນ ແມ່ນພາກສ່ວນທີ່ຂາດບໍ່ໄດ້ໃນສີສັນພູມສາດການເມືອງຂອງຕົນ. ເຖິງຢ່າງໃດກໍຕາມ, ປະຫວັດສາດມີ່ເຕັມໄປດ້ວຍການຜັນແປພ້ອມກັບບັນດາບັນຫາກ່ຽວກັບເສດຖະກິດ ແລະ ລະບອບລະບຽບການ, ເຮັດໃຫ້ເສັ້ນທາງເຂົ້າເປັນສະມາຊິກ ອາຊຽນມີຄວາມຫຍຸ້ງຍາກກວ່າອີກ. ດ້ວຍປະຊາກອນມີພຽງປະມານ 1,4 ລ້ານຄົນ ແລະ ຂຶ້ນກັບລາຍຮັບຈາກນ້ຳມັນຫຼາຍເກີນໄປ, ເມື່ອ ຕີມໍແລັດສະເຕີ ສົ່ງໃບຄຳຮ້ອງຂໍເຂົ້າເປັນສະມາຊິກ ອາຊຽນ ຄັ້ງທຳອິດເມື່ອປີ 2011, ປະເທດນີ້ຍັງຕ້ອງປະເຊີນໜ້າກັບພື້ນຖານໂຄງລ່າງທີ່ຈຳກັດ, ແຫຼ່ງສະໜອງໄຟຟ້າບໍ່ເປັນປົກກະຕິ, ເສັ້ນທາງຍັງດ້ອຍພັດທະນາ ແລະ ເຄືອຂ່າຍໂທລະຄົມມະນາຄົມບໍ່ຄົບຖ້ວນ… ເຖິງຢ່າງໃດກໍຕາມສຳລັບ Dili ແລ້ວ, ການຊັກຊ້າພັດກາຍເປັນໂອກາດເພື່ອປັບປຸງພື້ນຖານຂອງຕົນ. ໄລຍະຜ່ານມາ, ລັດຖະບານໄດ້ສຸມໃສ່ການພັດທະນາຊັບພະຍາກອນມະນຸດ, ຫັນລະບົບບໍລິຫານ ເປັນທັນສະໄໝ ແລະ ປັບປຸງບັນດາຂໍ້ກຳນົດແຫ່ງຊາດໃຫ້ເໝາະສົມກັບມາດຕະຖານສາກົນ. ເລື່ອງເຂົ້າເປັນສະມາຊິກ ອາຊຽນ ຢ່າງເປັນທາງການ ໄດ້ພິສູດໃຫ້ເຫັນຄວາມມານະພະຍາຍາມ, ຈິດໃຈ ແລະ ຄວາມຄາດຫວັງຂອງປະຊາຊົນ ຕີມໍແລັດສະເຕ ກໍ່ຄືເປີດອອກບັນດາກາລະໂອກາດໃໝ່ໃຫ້ແກ່ປະເທດນີ້.

ຜົນປະໂຫຍດຂອງ ຕີມໍແລັດສະເຕ ເມື່ອເຂົ້າເປັນສະມາຊິກ ອາຊຽນ ແມ່ນຈະແຈ້ງທີ່ສຸດ. ໃນຖານະເປັນສະມາຊິກ ອາຊຽນ, ຕີມໍແລັດສະເຕ ໄດ້ມີສິດເຂົ້າເຖິງບັນດາສັນຍາການຄ້າເສລີ, ໂອກາດການລົງທຶນແລະຕະຫຼາດພາກພື້ນທີ່ກວ້າງໃຫຍ່ກວ່າຂອງກຸ່ມ. ເລື່ອງກາຍເປັນສະມາຊິກທາງການ ຈະນຳພື້ນຖານສຳຄັນມາໃຫ້ ຕີມໍແລັດສະເຕ ເພື່ອເຂົ້າຮ່ວມການວາງແຜນກຳນົດນະໂຍບາຍພາກພື້ນ, ສາມາດເຂົ້າເຖິງບັນດາກົນໄກການຮ່ວມມືພັດທະນາ ແລະ ປັບປຸງຖານະບົດບາດການທູດຂອງຕົນອີງຕາມຄວາມເຫັນດີເຫັນພ້ອມ, ການໂອ້ລົມສົທະນາ ແລະ ການໜູນຊ່ວຍເຊິ່ງກັນແລະກັນ. ຄວາມຝັນໄດ້ກາຍເປັນຈິງແລ້ວ ແຕ່ສິ່ງທ້າທາຍທີ່ວາງອອກໃຫ້ແກ່ປະເທດທີ່ໜຸ່ມນ້ອຍນີ້ກໍ່ບໍ່ແມ່ນໜ້ອຍ ເມື່ອ ຕີມໍແລັດສະເຕ ຕ້ອງເຊື່ອມໂຍງເຂົ້າ ອາຊຽນ ໂດຍໄວ, ຄືດັ່ງ ທ່ານ Ramos-Horta ປະທານາທິບໍດີ ຕີມໍແລັດສະເຕ ໃຫ້ຂໍ້ສັງເກດວ່າ: ຕີມໍແລັດສະເຕ ບໍ່ເປັນພາລະອັນໜັກໜ່ວງໃຫ້ແກ່ ອາຊຽນ ແລະ ຈະປະກອບສ່ວນເຂົ້າວິວັດການພັດທະນາ, ການເຕີບໃຫຍ່ເຂັ້ມແຂງຂອງ ອາຊຽນ.

  ທ່ານປະທານາທິບໍດີ ຕີມໍແລັດສະເຕ Ramos-Horta ກ່າວຄຳເຫັນທີ່ຄະນະນຸການເລຂາອາຊຽນ   

ກ່ຽວກັບການປະກອບສ່ວນຂອງ ຕີມໍແລັດສະເຕ ເພື່ອພ້ອມກັບບັນດາປະເທດສະມາຊິກອື່ນ ປະຕິບັດວິໄສທັດ ອາຊຽນ 2045, ນັກຂ່າວ ຟ້າມຮ່າ ຖືວ່າ: ໂດຍແມ່ນປະເທດສະມາຊິກຫຼ້າສຸດ, ຕີມໍແລັດສະເຕ ນຳມາເຊິ່ງບັນດາທ່າໄດ້ປຽບທີ່ໂດດເດັ່ນ ສອດຄ່ອງກັບວິໄສທັດ ແລະ ຄວາມຄາດຫວັງ ໄລຍະຍາວຂອງ ອາຊຽນ. ຄວາມຂະຫຍັນຂັນເຄື່ອນກ່ຽວກັບປະຊາກອນ ແລະ ມູນເຊື້ອວັດທະນະທຳທີ່ຫຼາກຫຼາຍເຮັດໃຫ້ລັກສະນະຮອບດ້ານຂອງ ອາຊຽນ ອຸດົມສົມບູນຂຶ້ນຕື່ມ, ກຳນົດສີສັນພາກພື້ນ, ໃນຂະນະທີ່ຕັ້ງຍຸດທະສາດໄດ້ຊ່ວຍເພີ່ມທະວີການເຊື່ອມຕໍ່ທົ່ວ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ທີ່ກວ້າງໃຫຍ່ກວ່າ, ເປີດເສັ້ນທາງເຊື່ອມໂຍງເຂົ້າກັບພາກພື້ນຢ່າງເລິກເຊິ່ງກວ້າງຂວາງກວ່າ. ພື້ນຖານເສດຖະກິດພວມພັດທະນາ ແລະ ພື້ນຖານໂຄງລ່າງເຕັກນິກດີຈີຕອນນັບມື້ນັບເປີດກວ້າງ ໄດ້ຊ່ວຍໃຫ້ ຕີມໍແລັດສະເຕ ມີຖານະບົດບາດເພື່ອປະກອບສ່ວນຢ່າງມີຄວາມໝາຍເຂົ້າໃນໂຄງການນະວັດຕະກຳ ແລະ ບັນດາບຸລິມະສິດພັດທະນາພາກພື້ນຂອງ ອາຊຽນ.

ເມື່ອເບິ່ງໄປທາງໜ້າ, ວິໄສທັດ ອາຊຽນ 2045 ໄດ້ສ້າງຂອບເຂດຍຸດທະສາດຢ່າງຮອບດ້ານໃຫ້ແກ່ວົງໂຄຈອນພັດທະນາຂອງພາກພື້ນ. ປະຊາກອນໜຸ່ມຂອງ ຕີມໍແລັດເຕ ເຕັມໄປດ້ວຍພະລັງ, ຄວາມສາມາດ ແລະ ຄາດຫວັງ ຈະສວມບົດບາດສຳຄັນໃນການປະຕິບັດວິໄສທັດນີ້ໃຫ້ປະກົດຜົນເປັນຈິງ. ໂດຍແມ່ນໜຶ່ງໃນບັນດາປະເທດທີ່ມີປະຊາກອນໜຸ່ມທີ່ສຸດໃນພາກພື້ນ, ຕີມໍແລັດສະເຕ ຈະປະກອບບັນດາມູມມອງໃໝ່ ແລະ ການນຳລຸ້ນໃໝ່ ຈະຊ່ວຍສ້າງ ອາຊຽນ ທີ່ມີການປ່ຽນແປງໃໝ່, ຮອບດ້ານ ແລະ ຂະຫຍັນຂັນເຄື່ອນກວ່າໃນຊຸມທົດສະວັດຈະມາເຖິງ.

ດ້ວຍພື້ນຖານທີ່ໄດ້ຮັບການກະກຽມຢ່າງລະອຽດ ແລະ ຄວາມຕັດສິນໃຈດ້ານການເມືອງຢ່າງເຂັ້ມແຂງນັ້ນ, ຕີມໍແລັດສະເຕ ພວມມີໂອກາດປະຫວັດສາດເພື່ອຢັ້ງຢືນບົດບາດຂອງຕົນໃນຊາຍຄາລວມ ອາຊຽນ. ໄລຍະທາງໃນຕໍ່ໜ້າມີສິ່ງທ້າທາຍຫຼາຍຢ່າງແນ່ນອນ, ແຕ່ກໍ່ເປີດໂອກາດຮ່ວມມືຢ່າງກວ້າງຂວາງ ເພື່ອໃຫ້ປະເທດໜຸ່ມນ້ອຍນີ້ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ສີສັນສະເພາະຂອງຕົນ. ການຮ່ວມເດີນທາງ ແລະ ການໜູນຊ່ວຍຈາກບັນດາປະເທດສະມາຊິກຈະແມ່ນກຳລັງໜູນສຳຄັນຊ່ວຍໃຫ້ ຕີມໍແລັດສະເຕ ເຊື່ອມໂຍງຢ່າງເລິກເຊິ່ງວ້າງຂວາງ, ແທ້ຈິງ ແລະ ມີປະສິດທິຜົນກວ່າ. ສິ່ງສຳຄັນກວ່ານັ້ນແມ່ນ, ບັນດາການປະກອບສ່ວນອັນຕັ້ງໜ້າຂອງ ຕີມໍແລັດສະເຕ ຈະປະກອບສ່ວນປັບປຸງຄວາມສາມັກຄີ, ຮັດແຄບຊ່ອງຫວ່າງພັດທະນາ ແລະ ເພີ່ມທະວີຄວາມສາມາດປັບຕົວຂອງພາກພື້ນ. ຜ່ານນັ້ນ, ວິໄສທັດ ອາຊຽນ 2045 ຈະຄ່ອຍໆ ປະກົດຜົນເປັນຈິງ ດ້ວຍຈິດໃຈສະໜິດຕິດພັນ, ກວມລວມ ແລະ ພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ຫົວ​ໜ້າ​ຜູ້​ຕາ​ງ​ໜ້າ UNESCO: ການ​ລົງ​ທຶນ​ເຂົ້າ​ມະ​ນຸດ ແລະ ວັດ​ທະ​ນະ​ທຳ ແມ່ນ​ປັດ​ໄຈ​ແກ່ນ​ສານ​ນຳ​ມາ​ເຊິ່ງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ

ຫົວ​ໜ້າ​ຜູ້​ຕາ​ງ​ໜ້າ UNESCO: ການ​ລົງ​ທຶນ​ເຂົ້າ​ມະ​ນຸດ ແລະ ວັດ​ທະ​ນະ​ທຳ ແມ່ນ​ປັດ​ໄຈ​ແກ່ນ​ສານ​ນຳ​ມາ​ເຊິ່ງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ

ວັນທີ 20 ມີນາ ແມ່ນວັນແຫ່ງຄວາມຜາສຸກສາກົນ. ເພື່ອຕອບສະໜອງເຫດການນີ້, ປີ 2026, ຫວຽດນາມ ໄດ້ຈັດຫຼາຍກິດຈະກຳທີ່ແທດຈິງ, ມີຄວາມໝາຍ, ດ້ວຍສານທີ່ວ່າ “ຄວາມຜາສຸກໃຫ້ແກ່ທຸກຄອບຄົວ”.

Top