• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕິດຕາມກວດກາການປະຕິບັດນະໂຍບາຍ,ກົດໝາຍວ່າດ້ວຍການລົງທຶນແລະຂຸດຄົ້ນບັນດາກິດຈະກຳຄົມມະນາຄົມ BOT

      ວັນທີ 15 ສິງຫາ, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການຕິດຕາມກວດກາຫົວເລື່ອງສະເພາະ “ກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການລົງທຶນ ແລະ ຂຸດຄົ້ນບັນດາກິດຈະກຳຄົມມະນາຄົມ ຕາມຮູບການສັນຍາກໍ່ສ້າງ, ດຳເນີນທຸລະກິດ, ມອບສົ່ງ (BOT)”.

(ຫຼາຍຄຳເຫັນສະເໜີຕ້ອງເອົາໃຈໃສ່ເປັນພິເສດເຖິງເລື່ອງຕິດຕາມກວດກາ,
ກວດກາບັນຊີຍົກສູງບົດບາດກວດກາ ກວດສອບຂອງລັດ)
      ໄລຍະ 2011 – 2016, ກະຊວງຄົມມະນາຄົມຂົນສົ່ງ ໄດ້ລະດົມຈຳນວນເງິນກວ່າ 171.000 ຕື້ດົ່ງ, ໃນນັ້ນທຶນ BOT ແມ່ນເກືອບ 155.000 ຕື້ດົ່ງ, ກວມເອົາກວ່າ 90%.
        ພ້ອມກັບຂໍ້ສະເໜີຂອງຄະນະຕິດຕາມກວດກາ 16 ຂໍ້, ມີຫຼາຍຄຳເຫັນສະເໜີຕ້ອງເອົາໃຈໃສ່ເປັນພິເສດເຖິງເລື່ອງຕິດຕາມກວດກາ, ກວດກາບັນຊີຍົກສູງບົດບາດກວດກາ ກວດສອບຂອງລັດ, ແກ້ໄຂບັນດາການລະເມີດຢ່າງແຮງ, ຕິດຕາມກວດກາເລື່ອງເກັບຄ່າບໍລິຫານຄົມມະນາຄົມທາງບົກຢ່າງແໜ້ນແຟ້ນ, ຮັບປະກັນລັກສະນະເປີດເຜີຍ, ສະເໝີພາບ… ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ຕ້ອງສັງລວມກວດກາຄືນເພື່ອສ້າງແຜນການກ່ຽວກັບ BOT, ມີແຜນການຢ່າງລະອຽດ, ຊີ້ແຈ້ງຂໍ້ກຳນົດການກວດກາລາຍຈ່າຍລົງທຶນ, ລະດົມແຫຼ່ງທຶນ… ກ່ຽວກັບການຄັດເລືອກນັກລົງທຶນ, ແຜນການການເງິນ.
        ທີ່ການເຮັດວຽກໃນຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດສືບຕໍ່ດຳເນີນການຕິດຕາມກວດກາເນື້ອໃນດັ່ງກ່າວ.
(ແຫຼ່ງຄັດຈາກ VOV)

ເລີ່ມ​ລົງ​ມື​ກໍ່​ສ້າງ​ສຳ​ນັກ​ງານ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟິກ

ເລີ່ມ​ລົງ​ມື​ກໍ່​ສ້າງ​ສຳ​ນັກ​ງານ​ສູນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟິກ

ທ່ານ​ນາງ Delphine Schantz ຜູ້​ຕາງ​ໜ້າ​ອົງ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ ສ​ປ​ຊ (UNODC), ຊີ້​ໃຫ້​ເຫັນ​ວ່າ ເຫດ​ການ​ໄດ້ສ້າງ​ຂີດ​ໝາຍ​ສຳ​ຄັນ​ບໍ່​ພຽງ​ແຕ່​ສຳ​ລັບ ຫວຽດ​ນາມ​ເທົ່າ​ນັ້ນ​ຫາກ​ຍັງ​ສຳ​ລັບ​ທົ່ວ​ພາກ​ພື້ນ​ອີກ​ດ້ວຍ.

Top