• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕອນເຊົ້າວັນທີ 17 ຕຸລາ, ອັດວາລະປະຊຸມຄັ້ງທີ 27 ຄະນະປະຈໍາສະພາແຫ່ງຊາດ ຫວຽດນາມ

ກ່ອນອັດວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການຈັດຕັ້ງກອງປະຊຸມຄັ້ງທີ 6 ຂອງສະພາແຫ່ງຊາດຊຸດທີ XV.
ວາລະປະຊຸມຄັ້ງທີ 27 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ (ພາບ: quochoi.vn)

ວາລະປະຊຸມຄັ້ງທີ 27 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ອັດລົງໃນຕອນເຊົ້າວັນທີ 17 ຕຸລາ, ພາຍຫຼັງເຮັດວຽກເປັນເວລາ 5 ວັນ (ແຕ່ວັນທີ 11 – 17 ຕຸລາ). ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມີບົດກ່າວຄຳເຫັນອັດວາລະປະຊຸມ.

ກ່ອນອັດວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການຈັດຕັ້ງກອງປະຊຸມຄັ້ງທີ 6 ຂອງສະພາແຫ່ງຊາດຊຸດທີ XV. ຕາມການຄາດຄະເນແລ້ວ, ກອງປະຊຸມຄັ້ງທີ 6 ຈະໄຂຂຶ້ນໃນວັນທີ 23 ຕຸລາ ແລະ ຄາດວ່າຈະອັດລົງໃນວັນທີ 29 ພະຈິກ. ຄາດວ່າ, ຄະນະປະຈຳສະພາແຫ່ງຊາດ ຈະສະເໜີສະພາແຫ່ງຊາດອະນຸຍາດເພີ່ມເຕີມ ຮ່າງມະຕິ 02 ສະບັບເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາຕາມຂັ້ນຕອນທີ່ກອງປະຊຸມຄັ້ງທີ 01. ທີ່ໜຶ່ງແມ່ນ, ຮ່າງມະຕິກ່ຽວກັບການຈັດວາງອາກອນລາຍຮັບວິສາຫະກິດເພີ່ມເຕີມ ທີສອງແມ່ນ, ຮ່າງມະຕິກ່ຽວກັບການທົດລອງນະໂຍບາຍໜູນຊ່ວຍການລົງທຶນໃນຂົງເຂດເຕັກໂນໂລຊີສູງ.

ແລະໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດກໍ່ໄດ້ປະກອບຄຳເຫັນໃສ່ການເພີ່ມເຕີມແຜນລາຍຈ່າຍງົບປະມານແຫ່ງລັດປະຈຳປີ 2023 ໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ; ແລະ ເນື້ອໃນອື່ນໆຈຳນວນໜຶ່ງ.

(ແຫຼ່ງຄັດຈາກ VOV)

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 47 ຫຼຽນ, ຫຼຽນທອງ 70 ຫຼຽນ.

Top