• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່ານັ້ງ ພິມຈຳໜ່າຍ “ປາດສະປໍອາຫານການກິນ” ເພື່ອໃຫ້ແຂກທ່ອງທ່ຽວຄົ້ນຫາ Food Tour

ບັ້ນເຄື່ອນໄຫວດັ່ງກ່າວບໍ່ພຽງແຕ່ແນະນຳບັນດາສະຖານທີ່ອາຫານການກິນ, ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ - ເຂດພາກ ແລະ ສາກົນ.
(ພາບປະກອບ: TTXVN)

“ຮັບປະທານບັນດາເຍື່ອງອາຫານ ດ່ານັ້ງ - ແຊບທີ່ສຸດ” (Enjoy DN food tour – Beyond Bites), ແມ່ນສານຂອງບັ້ນເຄື່ອນໄຫວ ດ່ານັ້ງ Food Tour ເຊິ່ງພະແນກທ່ອງທ່ຽວນະຄອນ ດ່ານັ້ງ ປະກາດໃນຕອນບ່າຍວັນທີ 12 ທັນວາ. ການຜັນຂະຫຍາຍບັ້ນເຄື່ອນໄຫວນີ້ແມ່ນເພື່ອປະຕິບັດແຜນການຂອງຄະນະກຳມະການປະຊາຊົນນະຄອນກ່ຽວກັບການພັດທະນາອາຫານການກິນໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະໃນບໍລິເວນ ໄລຍະແຕ່ປີ 2023 ຮອດປີ 2030.

        ບັ້ນເຄື່ອນໄຫວດັ່ງກ່າວບໍ່ພຽງແຕ່ແນະນຳບັນດາສະຖານທີ່ອາຫານການກິນ, ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ - ເຂດພາກ ແລະ ສາກົນ, ບັນດາຮາກຖານອາຫານການກິນທີ່ Michelin Guide ຄັດເລືອກເທົ່ານັ້ນ, ຫາກຍັງນຳມາໃຫ້ແຂກທ່ອງທ່ຽວ ແລະ ປະຊາຊົນບັນດາການເຄື່ອນໄຫວເຂົ້າຮ່ວມດຶງດູດໃຈ. ລະອຽດແມ່ນ, ແຕ່ວັນທີ 15 ທັນວາ 2024 – 15 ມີນາ 2025, ພະແນກທ່ອງທ່ຽວຈະພິມຈຳໜ່າຍ “ປາດສະປໍຕົວອາຫານການກິນ” ກວ່າ 1.000 ອັນ ດ້ວຍພາສາ ຫວຽດນາມ ແລະ ອັງກິດ ໂດຍບໍ່ເກັບຄ່າ. ແຂກທ່ອງທ່ຽວ ຫຼື ປະຊາຊົນມີ “ປາດສະປໍອາຫານການກິນ” ຈະໄດ້ເຂົ້າຮ່ວມຊອກຫາອາຫານການກິນຂອງບັນດາທ້ອງຖິ່ນ, ເຂດພາກ, ຢູ່ພາຍໃນປະເທດ ແລະ ສາກົນ ດ້ວຍການໃຫ້ບຸລິມະສິດພິເສດຫຼາຍຢ່າງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top