• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດົນ​ຕີ​ເຊື່ອມ​ຕໍ່​ເພື່ອນ​ມິດ​ສາ​ກົນ​ໃນ “ທຳ​ນອງ​ເພງ​ມິດ​ຕະ​ພາບ” ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ລາຍການສະແດງສິລະປະ “ທຳນອງເພງມິດຕະພາບ” ໄດ້ດຳເນີນໃນຕອນຄ່ຳວັນທີ 10 ກຸມພາ ຢູ່ນະຄອນ ໂຮ່ຈີມິນ, ປະກອບສ່ວນແຜ່ກະຈາຍນ້ຳໃຈສາມັກຄີ, ມິດຕະພາບສາກົນ, ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ຕ້ອນຮັບລະດູບານໃໝ່ປີມະເມຍ 2026.
ລາຍການໄດ້ແນະນຳຫຼາຍລາຍການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ ແລະ ບັນດາປະເທດ (ພາບ: VOV)

ລາຍການສະແດງສິລະປະ “ທຳນອງເພງມິດຕະພາບ” ໄດ້ດຳເນີນໃນຕອນຄ່ຳວັນທີ 10 ກຸມພາ ຢູ່ນະຄອນ ໂຮ່ຈີມິນ, ປະກອບສ່ວນແຜ່ກະຈາຍນ້ຳໃຈສາມັກຄີ, ມິດຕະພາບສາກົນ, ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ຕ້ອນຮັບລະດູບານໃໝ່ປີມະເມຍ 2026.

ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ຮ່າແທັງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ ລາຍການໄດ້ຝາກຝັງສານກ່ຽວກັບຄວາມຄາດຫວັງສັນຕິພາບ, ພັດທະນາຢ່າງວັດທະນາຖາວອນ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບ ແລະ ການຜູກພັນກັນຢ່າງແໜ້ນແຟ້ນລະຫວ່າງ ນະຄອນ ໂຮ່ຈີມິນ ກັບເພື່ອນມິດສາກົນ. ໃນຈົດໝາຍ, ສານອວຍພອນ, ເພື່ອນມິດສາກົນໄດ້ຕີລາຄາສູງບົດບາດນຳພາຂອງພັກກອມມູນິດ ຫວຽດນາມ, ກໍຄືຮັບຮູ້ທີ່ຕັ້ງທີ່ນັບມື້ນັບສູງຂອງ ຫວຽດນາມ ບົນເວທີສາກົນ.

ລາຍການໄດ້ແນະນຳຫຼາຍລາຍການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ ແລະ ບັນດາປະເທດ. ໄປຄຽງຄູ່ກັນນັ້ນ, ຍັງມີບັນດາລາຍການສະແດງສິລະປະຂອງນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ; ບັນດາວາດຟ້ອນພື້ນເມືອ

(ແຫຼ່ງຄັດຈາກ VOV)

ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ

ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ

ວັນທີ 10 ກຸມພາ, ຄະນະຜູ້ແທນກຳລັງປະກອບອາວຸດ ແຂວງ Mondulkiri (ກຳປູເຈຍ) ໂດຍທ່ານພົນຈັດຕະວາ ແຮມໂບນາແຣນ, ຫົວໜ້າຜູ້ບັນຊາການສາລະວັດທະຫານແຂວງ Mondulkiri ເປັນຫົວໜ້າຄະນະມາຢ້ຽມຢາມ, ອວຍພອນບຸນປີໃໝ່ທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026.

Top