• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ໄທ​ອວຍ​ພອນ​ບຸນ​ປີ​ໃໝ່​ຂອງ ລາວ

ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ແຜນ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ໃໝ່, ໃນ​ນັ້ນ​ມີ​ບັນ​ດາ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ຂ້າມ​ຊາດ ເຊິ່ງ​ສອງ​ຝ່າຍ​ພວມ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ.
  ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫວຽດ​ຮຸ່ງ ມອບ​ຂອງ​ຂວັນ​ໃຫ້​ແກ່​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ສີ​ສະ​ຫວາດ ອິນ​ພະ​ຈັນ (ພາບ: VOV)  

ວັນ​ທີ 2 ເມ​ສາ, ຄະ​ນະ​ພະ​ນັກ​ງານ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ ໂດ​ຍ​ທ່ານ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫວຽດ​ຮຸ່ງ ນຳ​ໜ້າ​ໄດ້​ໄປ​ ອວຍ​ພອນ​ບຸນ​ປີ​ໃໝ່ ສະ​ຖານ​ທູດ​ລາວ ປະ​ຈຳ​ໄທ​.

ທີ່​ການ​ພົບ​ປະ​, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ແຜນ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ໃໝ່, ໃນ​ນັ້ນ​ມີ​ບັນ​ດາ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ຂ້າມ​ຊາດ ເຊິ່ງ​ສອງ​ຝ່າຍ​ພວມ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ. ຕາມ​ນັ້ນ​ແລ້ວ, ເສັ້ນ​ທາງ​ລົດ​ໄຟ​ລາວ - ຫວຽດ ເຊື່ອມ​ຕໍ່​ແຂວງ ຄຳ​ມ່ວນ ກັບ​ທ່າ​ກຳ​ປັ່ນ ຫວູງ​ອ້າງ ພວມ​ໄດ້​ຮັບ​ການ​ຍູ້​ໄວ​ຄວາມ​ຄືບ​ໜ້າ, ຄາດ​ວ່າ​ໄລ​ຍະທີ 1 ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ປີ 2027. ນີ້​ຈະ​ແມ່ນ​ປະ​ຕູ​ເຂົ້າ​ອອກ​ສຳ​ຄັນ​ຊ່ວຍ​ລາວ​ເຊື່ອມ​ຕໍ່​ອອກ​ສູ່​ທະ​ເລ.

ສ່ວນ​ທ່ານ ສີ​ສະ​ຫວາດ ອິນ​ພະ​ຈັນ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ​ປະ​ຈຳ ໄທ ກໍ່​ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ແລະ ເລິກ​ເຊິ່ງ​​ມາ​ຍັງ​ພັກ, ລັດຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍ້ອນ​​ມີການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ໃນ​ການ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃຫ້​ແກ່​ລາວ​ໃນ​ໄລ​ຍະ​ຜ່ານ​ມາ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6

ກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6

ຕອນ​ເຊົ້າ​ວັນ​ທີ 03 ເມ​ສາ, ຢູ່​ສຳ​ນັກ​ງານກອ​ງ​ບັນ​ຊາ​ການ​ທະ​ຫານ​ເຂດ 5, ນະ​ຄອນ ດ່າ​ໜັງ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6. ທ່ານ ພົນ​ໂທ ຫງວຽນ​ເຈື່ອງ​ຖັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ທ່ານພົນ​ໂທ ສາຍ​ໃຈ ກົມ​ມະ​ສິດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ລາວ, ເປັນ​ປະ​ທານ​ຮ່ວມ.

Top