ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາແຜນການຮ່ວມມືຍຸດທະສາດໃນໄລຍະໃໝ່, ໃນນັ້ນມີບັນດາໂຄງການຄົມມະນາຄົມຂ້າມຊາດ ເຊິ່ງສອງຝ່າຍພວມຜັນຂະຫຍາຍປະຕິບັດ.
ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ມອບຂອງຂວັນໃຫ້ແກ່ທ່ານ ເອກອັກຄະລັດຖະທູດ ລາວ ສີສະຫວາດ ອິນພະຈັນ (ພາບ: VOV)
ວັນທີ 2 ເມສາ, ຄະນະພະນັກງານສະຖານທູດ ຫວຽດນາມ ປະຈຳ ໄທ ໂດຍທ່ານ ເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ນຳໜ້າໄດ້ໄປ ອວຍພອນບຸນປີໃໝ່ ສະຖານທູດລາວ ປະຈຳໄທ.
ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາແຜນການຮ່ວມມືຍຸດທະສາດໃນໄລຍະໃໝ່, ໃນນັ້ນມີບັນດາໂຄງການຄົມມະນາຄົມຂ້າມຊາດ ເຊິ່ງສອງຝ່າຍພວມຜັນຂະຫຍາຍປະຕິບັດ. ຕາມນັ້ນແລ້ວ, ເສັ້ນທາງລົດໄຟລາວ - ຫວຽດ ເຊື່ອມຕໍ່ແຂວງ ຄຳມ່ວນ ກັບທ່າກຳປັ່ນ ຫວູງອ້າງ ພວມໄດ້ຮັບການຍູ້ໄວຄວາມຄືບໜ້າ, ຄາດວ່າໄລຍະທີ 1 ຈະເລີ່ມລົງມືກໍ່ສ້າງໃນປີ 2027. ນີ້ຈະແມ່ນປະຕູເຂົ້າອອກສຳຄັນຊ່ວຍລາວເຊື່ອມຕໍ່ອອກສູ່ທະເລ.
ສ່ວນທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດ ລາວປະຈຳ ໄທ ກໍ່ໄດ້ສົ່ງຄຳຂອບອົກຂອບໃຈຢ່າງຈິງໃຈ ແລະ ເລິກເຊິ່ງມາຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍ້ອນມີການໜູນຊ່ວຍຢ່າງທັນການໃນການຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ລາວໃນໄລຍະຜ່ານມາ.